“ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສົ່ງໂທລະເລກອວຍພອນ ເນື່ອງໃນໂອກາດ ບຸນປີໃໝ່ປະຈຳຊາດຫວຽດນາມ”
ເຜີຍແຜ່ໂດຍ: moderator ເວລາ: 28/01/2025 09:46:42 ຈຳນວນຢ້ຽມຊົມ 81 ຄັ້ງ ສຳເນົາ ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ (03/02/1930-03/02/2025) ແລະ ບຸນປີໃໝ່ປະຈໍາຊາດຂອງ ຫວຽດນາມ ປີ 2025, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ເລຮວ່າຍຈຸງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຊິ່ງເນື້ອໃນຂອງໂທລະເລກອວຍພອນມີດັ່ງນີ້:
ຕາງໜ້າ ຄະນະພັກ, ຄະນະນຳ ແລະ ພະນັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ, ໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງພິເສດ ຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມ ມາຍັງ ສະຫາຍ ພ້ອມດ້ວຍ ຄະນະພັກ, ຄະນະນຳ ແລະ ພະນັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ທຸກຖ້ວນໜ້າ.
ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນ ຕະຫຼອດໄລຍະ 95 ປີ ແຫ່ງການກໍ່ຕັ້ງ ແລະ ເຕີບໃຫຍ່ເຂັ້ມແຂງຂອງ ພັກກອມມູນິດຫວຽດນາມ, ພັກໄດ້ກາຍເປັນຄັນທຸງປະຕິວັດ ນຳພາປະຊາຊົນຫວຽດນາມ ວິລະຊົນ ຕໍ່ສູ້ຢ່າງອົງອາດກ້າແກ່ນ ຕ້ານພວກລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານ, ຍາດເອົາເອກະລາດ ໄດ້ຢ່າງສະຫງ່າຜ່າເຜີຍ ແລະ ສືບຕໍ່ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ສາມາດຍາດໄດ້ໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ, ໂດຍສະເພາະ ໃນພາລະກິດແຫ່ງການປ່ຽນແປງໃໝ່ ຂອງ ສສ ຫວຽດນາມ ຕະຫຼອດໄລຍະເກືອບ 40 ປີຜ່ານມາ, ອັນໄດ້ເຮັດໃຫ້ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະສູງ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນຮ່ວມມື ແລະ ເຊື່ອມໂຍງສາກົນ ສືບຕໍ່ໄດ້ຮັບການເປີດກວ້າງ, ບົດບາດອິດທິພົນຂອງ ຫວຽດນາມ ນັບມື້ນັບເພີ່ມທະວີ ແລະ ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ພວກຂ້າພະເຈົ້າ ຕີລາຄາສູງ ຕໍ່ການປະກອບສ່ວນອັນສຳຄັນຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກໍຄື ສະຫາຍເອງ ໃນການປະຕິບັດແນວທາງການຕ່າງປະເທດທີ່ເຕັມໄປດ້ວຍເອກະລັກສະເພາະ “ຕົ້ນໄຜ່ຫວຽດນາມ” ຂອງພັກກອມມູນິດຫວຽດນາມ ທີ່ໄດ້ສ້າງເງື່ອນໄຂເອື້ອອໍານວຍແກ່ພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນການທູດ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ໂດຍສະເພາະ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຢ່າງມີໄຊ ແລະ ກະກຽມຈັດກອງປະຊຸມໃຫຍ່ແຕ່ລະຂັ້ນ ເພື່ອກ້າວເຖິງການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໃຫ້ສໍາເລັດຜົນ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ແລະ ກ້າວຂຶ້ນຕາມທິດສັງຄົມນິຍົມ ຢ່າງໜັກແໜ້ນ.
ອີກເທື່ອໜຶ່ງ, ເນື່ອງໃນໂອກາດອັນສະຫງ່າລາສີ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ ແລະ ການສະເຫຼີມສະຫຼອງ ບຸນປີໃໝ່ປະຈໍາຊາດ ຂອງປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ພ້ອມດ້ວຍ ຄະນະພັກ,ຄະນະນຳ ແລະ ພະນັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນການປະຕິບັດພາລະໜ້າທີ່ອັນມີກຽດຂອງບັນດາສະຫາຍ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນໄປ.
15/05/2022 15:52:33
07/07/2023 09:34:39
27/03/2023 14:14:59
11/04/2023 15:35:02
03/02/2023 11:05:16
12/11/2022 07:31:47
15/05/2022 15:50:50
15/05/2022 15:49:53
15/05/2022 16:59:46
15/05/2022 09:49:40
15/05/2022 15:47:56
15/05/2022 15:48:31
14/05/2022 20:32:50
29/07/2022 14:58:20
15/05/2022 15:35:03
12/05/2021 16:28:03
12/05/2021 16:35:59
15/05/2022 10:24:39