ເລຂາທິການໃຫຍ່, ປະທານປະເທດ ສົ່ງໂທລະເລກອວຍພອນປີໃໝ່ຈີນ ເຖິງການນໍາຈີນ
ເຜີຍແຜ່ໂດຍ: moderator ເວລາ: 28/01/2025 10:18:40 ຈຳນວນຢ້ຽມຊົມ 117 ຄັ້ງ ສຳເນົາ ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊາດຈີນ ປະຈໍາປີ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ເນື້ອໃນຂອງໂທລະເລກ ລະບຸວ່າ:
ເນື່ອງໃນໂອກາດບຸນປີໃໝ່ຈີນ ປີມະເສັງ 2025, ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນປະເສີດມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ບັນດາສະຫາຍ ການນຳ ພັກ, ລັດ ແລະ ປະຊາຊົນຈີນ ອ້າຍນ້ອງ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ຢ່າງເລິກເຊິ່ງ ລະຫວ່າງ ສອງພັກ ລາວ-ຈີນ ແລະ ຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ແລະ ເຕັມໄປດ້ວຍຄວາມອົບອຸ່ນ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ, ການພົວພັນຮ່ວມມື ລາວ-ຈີນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ ສືບຕໍ່ໄດ້ຮັບການເສີມຂະຫຍາຍດ້ວຍທ່ວງທ່າໃໝ່ທີ່ຕັ້ງໜ້າ, ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ພວມນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ.
ຂ້າພະເຈົ້າ ຂໍຢືນຢັນຢ່າງໜັກແໜ້ນວ່າ ຈະສືບຕໍ່ຮ່ວມມືກັບສະຫາຍຢ່າງໃກ້ຊິດ ເພື່ອຊີ້ນໍາການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບທີ່ສູງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.
ໃນໂອກາດດຽວກັນ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ຫຼິວ ຈ້ຽນຊາວ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.
15/05/2022 15:52:33
07/07/2023 09:34:39
27/03/2023 14:14:59
11/04/2023 15:35:02
03/02/2023 11:05:16
12/11/2022 07:31:47
15/05/2022 15:50:50
15/05/2022 15:49:53
15/05/2022 16:59:46
15/05/2022 09:49:40
15/05/2022 15:47:56
15/05/2022 15:48:31
14/05/2022 20:32:50
29/07/2022 14:58:20
15/05/2022 15:35:03
12/05/2021 16:28:03
12/05/2021 16:35:59
15/05/2022 10:24:39