“ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ສົ່ງຈົດໝາຍ ອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ”
ເຜີຍແຜ່ໂດຍ: moderator ເວລາ: 28/01/2025 09:41:23 ຈຳນວນຢ້ຽມຊົມ 99 ຄັ້ງ ສຳເນົາ ເນື່ອງໃນໂອກາດ ຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ ປີມະເສັງ 2025, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງຈົດ ໝາຍອວຍພອນເຖິງ ສະຫາຍ ໂຕ ເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຊິ່ງເນື້ອໃນຂອງຈົດໝາຍອວຍພອນມີດັ່ງນີ້:
ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ແລະ ຜ່ານ ສະຫາຍໄປຍັງ ບັນດາສະຫາຍການນຳ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທຸກຖ້ວນໜ້າ.
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ປະຊາຊົນ ຫວຽດນາມ ອ້າຍນ້ອງ ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ເປັນຜູ້ນໍາໜ້ານັ້ນ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ນຳພາປະເທດຊາດກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້.
ຂ້າພະເຈົ້າ ຕີລາຄາສູງ ແລະ ຂໍຂອບໃຈຕໍ່ ສະຫາຍ ທີ່ໄດ້ເອົາໃຈໃສ່ຊີ້ນໍາຢ່າງເທດເຖິງຕໍການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄິພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ມີບາດກ້າວບຸກທະລຸ, ພັດທະ ນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ໃນບັນຍາກາດປີໃໝ່ຫວຽດນາມ, ຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ແລະ ພັນລະຍາ ພ້ອມດ້ວຍ ຄອບຄົວ ຈົງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດສູງສົ່ງຂອງສະຫາຍ, ອວຍພອນໃຫ້ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕ້ອນຮັບປີໃໝ່ ດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມສົມບູນພູນສຸກ ແລະ ວັດທະນະຖາວອນ ຕະຫຼອດໄປ.
15/05/2022 15:52:33
07/07/2023 09:34:39
27/03/2023 14:14:59
11/04/2023 15:35:02
03/02/2023 11:05:16
12/11/2022 07:31:47
15/05/2022 15:50:50
15/05/2022 15:49:53
15/05/2022 16:59:46
15/05/2022 09:49:40
15/05/2022 15:47:56
15/05/2022 15:48:31
14/05/2022 20:32:50
29/07/2022 14:58:20
15/05/2022 15:35:03
12/05/2021 16:28:03
12/05/2021 16:35:59
15/05/2022 10:24:39