ສານຕອບຂອບໃຈ ຂອງ ຄະນະນຳ ຄຕພ ກູບາ ເຖີງຄະນະນຳ ຄຕພ ພັກ ປປ ລາວ
ເຜີຍແຜ່ໂດຍ: admin ເວລາ: 15/05/2022 15:53:35 ຈຳນວນຢ້ຽມຊົມ 391 ຄັ້ງ ສຳເນົາຄະນະບໍລິຫານງານສູນກາງພັກກອມມູນິດກູບາ
ນະຄອນຫຼວງລາຮາວານ, ວັນທີ 01 ກຸມພາ 2022
ສະຫາຍ ທອງສະຫວັນ ພົມວິຫານ
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປປລາວ
ສະຫາຍ ທອງສະຫວັນ ພົມວິຫານ ທີ່ຮັກແພງ,
ໃນນາມຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍສະແດງຄວມຂອບໃຈຢ່າງຈິງໃຈມາຍັງສະຫາຍທີ່ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນປີໃໝ່ສາກົນເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະຂອງການປະຕິວັດກູບາຄົບຮອບ63ປີ.
ພວກຂ້າພະເຈົ້າຕີລາຄາສູງຕໍ່ການສະໜັບສະໜູນຂອງພັກ, ລັດ ແລະປະຊາຊົນລາວທີ່ມີຕໍ່ກູບາຕະຫຼອດໄລຍະຜ່ານມາ ໂດຍສະເພາະ ໃນໄລຍະການເພີ່ມທະວີການປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະການເງິນທີ່ກຳນົດໂດຍອາເມຣິກາຕ້ານກູບາໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19ທີ່ສົ່ງຜົນກະທົບຕໍ່ໂລກ.
ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນໃນການສືບຕໍ່ປົກປັກຮັກສາ ແລະພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອທີ່ເປັນເອກະພາບກັນຂອງພັກກອມມູນິດກູບາ ແລະພັກປປລາວ.
ດ້ວຍຄວາມນັບຖື,
ອັງເຮນອາຊົວກາ ເຣເຢດສ
15/05/2022 15:52:33
07/07/2023 09:34:39
27/03/2023 14:14:59
11/04/2023 15:35:02
03/02/2023 11:05:16
12/11/2022 07:31:47
15/05/2022 15:50:50
15/05/2022 15:49:53
15/05/2022 09:49:40
15/05/2022 16:59:46
15/05/2022 15:47:56
15/05/2022 15:48:31
14/05/2022 20:32:50
29/07/2022 14:58:20
15/05/2022 15:35:03
12/05/2021 16:28:03
12/05/2021 16:35:59
15/05/2022 10:24:39