ຄະນະບໍລິຫານງານສູນກາງພັກ ປປລາວ ສົ່ງໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ເຜີຍແຜ່ໂດຍ: admin ເວລາ: 15/05/2022 15:49:16 ຈຳນວນຢ້ຽມຊົມ 480 ຄັ້ງ ສຳເນົາໃນວັນທີ 13 ກັນຍາ 2021, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ສົ່ງໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ, ອະດີດກໍາມະການສູນກາງພັກກອມມູນນິດຫວຽດນາມ ສະໄໝທີ IX, X, XI; ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝທີ X, XI; ອະດີດສະມາຊິກສະພາແຫ່ງຊາດ ຊຸດທີ VI, XII, XIII; ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄລຍະປີ 2006 – 2016, ເຊິ່ງເນື້ອໃນ ໂທລະເລກເສົ້າສະຫຼົດໃຈ ມີດັ່ງນີ້:
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ກອງທັບແລະປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການເຖິງແກ່ມໍລະນະກຳຂອງສະຫາຍ ພົນເອກ ຟຸ່ງກວາງແທງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃນວັນທີ 11 ກັນຍາ 2021.
ຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ, ສະຫາຍ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ໃຫ້ແກ່ພາລະກິດປະຕິວັດຂອງ ພັກ ແລະ ປະເທດຊາດ ຫວຽດນາມ ໂດຍສະເພາະແມ່ນ ການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂອງ ກອງທັບປະຊາຊົນ ຫວຽດນາມ ກໍ່ຄື ປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ.
ການຈາກໄປຂອງ ສະຫາຍພົນເອກ ຟຸ່ງ ກວາງ ແທງ, ບໍ່ພຽງແຕ່ເປັນການສູນເສຍຜູ້ນຳປະຕິວັດທີ່ກ້າແກ່ນຂອງພັກ, ລັດຖະບານ, ກອງທັບແລະປະຊາຊົນຫວຽດນາມ ອ້າຍນ້ອງເທົ່ານັ້ນ, ຫາກຍັງເປັນການສູນເສຍເພື່ອນມິດຜູ້ສະໜິດສະໜົມ ຂອງ ພັກ, ລັດ, ກອງທັບແລະປະຊາຊົນລາວບັນດາເຜົ່າຂອງພວກຂ້າພະເຈົ້າ ອີກດ້ວຍ.
ພວກຂ້າພະເຈົ້າ ຂໍແບ່ງປັນຄວາມເສົ້າສະຫຼົດໃຈອັນສຸດຊຶ້ງແລະຄວາມທຸກໂສກຮ່ວມກັບຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ,ປະຊາຊົນຫວຽດນາມ ອ້າຍນ້ອງແລະຄອບຄົວຂອງສະຫາຍພົນເອກ ຟຸ່ງ ກວາງ ແທັງ ມານະໂອກາດນີ້ດ້ວຍ.
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
15/05/2022 15:52:33
07/07/2023 09:34:39
11/04/2023 15:35:02
27/03/2023 14:14:59
01/07/2025 14:38:14
01/12/2025 10:30:20
03/02/2023 11:05:16
15/05/2022 15:50:50
30/01/2026 14:25:20
01/12/2025 08:09:50
12/11/2022 07:31:47
15/05/2022 15:49:53
15/05/2022 09:49:40
15/05/2022 16:59:46
15/05/2022 15:35:03
