ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ
ເຜີຍແຜ່ໂດຍ: admin ເວລາ: 15/05/2022 15:45:11 ຈຳນວນຢ້ຽມຊົມ 452 ຄັ້ງ ສຳເນົາ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ຂໍສົ່ງຄຳອວຍພອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ຈົ່ງປະສົບຜົນສຳເລັດ ອັນຈົບງາມ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ມະຕິກອງປະຊຸມໃຫຍ່ຄັ້ງນີ້ຈະປະກອບສ່ວນເຂົ້າໃນການກໍ່ສ້າງສັງຄົມນິຍົມໃຫ້ມີຄວາມເຂັ້ມແຂງ. ພວກຂ້າພະ ເຈົ້າສະແດງຄວາມຊົມເຊີຍຕໍ່ບັນດາເປົ້າໝາຍທີ່ວາງອອກຮອດປີ 2030 ເຊິ່ງຈະເປັນການຊຸກຍູ້ການພັດທະນາເສດຖະກິດແຫ່ງຊາດ ເພື່ອຜົນປະໂຫຍດ ຂອງສັງຄົມລາວ.
ພັກກອມມູນິດກູບາ ແລະ ພັກປະຊາຊົນປະຕິວັດລາວ ໄດ້ມີການພັດທະນາສາຍພົວພັນພິເສດຖານອ້າຍນ້ອງ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາ ມັກຄີຊຶ່ງກັນ ແລະ ກັນ, ຊຶ່ງຄວາມສາມັກຄີລະຫວ່າງປະຊາຊົນຂອງພວກເຮົານັ້ນແມ່ນຢູ່ໃນລະດັບສູງສຸດແລ້ວ.
ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ພັກປະຊາຊົນປະຕິວັດລາວ ທີ່ໃຫ້ການສະໜັບສະໜູນແກ່ກູບາ ໂດຍສະເພາະແມ່ນ ການຕໍ່ສູ້ຕ້ານນະໂຍບາຍປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງລັດຖະບານສະຫະລັດອາເມລິກາ ອັນໄດ້ສ້າງຜົນກະທົບຕໍ່ການພັດ ທະນາທາງດ້ານເສດຖະກິດ ແລະ ການເງິນ ຢ່າງຮ້າຍແຮງ, ສ້າງຄວາມເສຍຫາຍໃຫ້ແກ່ຄອບຄົວ, ເປັນອຸປະສັກຕົ້ນຕໍ ໃນການພັດທະນາປະເທດຊາດ ແລະ ເປັນການລະເມີດສິດທິມະນຸດຕໍ່ປະຊາຊົນກູບາ.
ໃນຖານະຜູ້ສືບທອດທີ່ສັດຊື່ຕໍ່ຄຳສອນຂອງສະຫາຍ Fidel Castro Ruz ຜູ້ນຳປະຕິວັດ ແລະ ຜູ້ບັນຊາການສູງສຸດກູບາ, ພວກຂ້າພະເຈົ້າຈະສືບຕໍ່ ເສີມຂະຫຍາຍສາຍພົວພັນອັນໃກ້ຊິດທີ່ເປັນພື້ນຖານແຫ່ງຄວາມສາມັກຄີຂອງພວກເຮົາໃຫ້ແໜ້ນແຟ້ນຍິ່ງຂື້ນ.
ຄະນະບໍລິຫານງານສູນກາງພັກກອມມູນິດກູບາ
ຮາວານາ, ວັນທີ 14 ມັງກອນ 2021
15/05/2022 15:52:33
07/07/2023 09:34:39
11/04/2023 15:35:02
27/03/2023 14:14:59
01/07/2025 14:38:14
01/12/2025 10:30:20
03/02/2023 11:05:16
15/05/2022 15:50:50
30/01/2026 14:25:20
01/12/2025 08:09:50
12/11/2022 07:31:47
15/05/2022 15:49:53
15/05/2022 09:49:40
15/05/2022 16:59:46
15/05/2022 15:35:03
