ສະຫາຍເລຂາທິການໃຫຍ່ພັກແຮງງານເກົາຫລີອວຍພອນ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
ເຜີຍແຜ່ໂດຍ: admin ເວລາ: 15/05/2022 15:44:29 ຈຳນວນຢ້ຽມຊົມ 342 ຄັ້ງ ສຳເນົາ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ
ເນື່ອງໃນໂອກາດທີ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນດ້ວຍຜົນສຳເລັດອັນຈົບງາມ ແລະ ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຂ້າພະ ເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນຖານສະຫາຍ ມາຍັງ ສະຫາຍ.
ການທີ່ສະຫາຍໄດ້ຮັບໜ້າທີ່ອັນສຳຄັນຂອງຜູ້ນຳ ພັກປະຊາຊົນ ປະຕິວັດລາວ ເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ້ງ ຫວັງອັນສູງຂອງ ສະມາຊິກພັກ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ທີ່ມີຕໍ່ ສະຫາຍເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິ ວັດລາວ ທີ່ໄດ້ອຸທິດຕົນເປັນເວລາອັນຍາວນານ ເພື່ອ ພັກ, ລັດ ແລະ ປະຊາຊົນລາວ.
ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງ ປະເທດ ສປປ ເກົາຫລີ ແລະ ສປປ ລາວ ທີ່ໄດ້ຮັບການສ້າງຕັ້ງຂື້ນ ໂດຍການນຳໃນເມື່ອກ່ອນຂອງສອງປະເທດ ຈະໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ແໜ້ນແຟ້ນຍິ່ງໆຂື້ນ ໃນການຕໍ່ສູ້ຮ່ວມ ກັນ ເພື່ອສັງຄົມນິຍົມ ເຊິ່ງເປັນຄວາມຕັ້ງໃຈອັນໜັກແໜ້ນຂອງພັກເຮົາ.
ຂ້າພະເຈົ້າ ເຊື່ອໜັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາ ຂອງ ສະຫາຍເລຂາທິການໃຫຍ່, ພັກ ແລະ ປະຊາຊົນລາວ ອ້າຍນ້ອງ ຈະສາມາດບັນລຸຜົນສຳ ເລັດອັນໃໝ່ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.
ຂໍອວຍພອນຢ່າງສຸດອົກສຸດໃຈ ໃຫ້ ສະຫາຍເລຂາທິການໃຫຍ່ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດອັນໃຫຍ່ຫລວງໃນໜ້າທີ່ວຽກງານ ອັນສູງສົ່ງ ເພື່ອຍົກສູງບົດບາດການນຳພາຂອງພັກ ແລະ ສ້າງປະເທດສັງຄົມນິຍົມໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ຍິ່ງໆຂຶ້ນ.
ກິມເຈິງອຸນ
ເລຂາທິການໃຫຍ່ ພັກແຮງງານເກົາຫລີ
ວັນທີ 16 ມັງກອນ, ປີ ຈຸເຊ110(2021)
15/05/2022 15:52:33
07/07/2023 09:34:39
27/03/2023 14:14:59
11/04/2023 15:35:02
03/02/2023 11:05:16
12/11/2022 07:31:47
15/05/2022 15:50:50
15/05/2022 15:49:53
15/05/2022 16:59:46
15/05/2022 09:49:40
15/05/2022 15:47:56
15/05/2022 15:48:31
14/05/2022 20:32:50
29/07/2022 14:58:20
15/05/2022 15:35:03
12/05/2021 16:28:03
12/05/2021 16:35:59
15/05/2022 10:24:39