ສະຫາຍເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນອວຍພອນ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
ເຜີຍແຜ່ໂດຍ: admin ເວລາ: 15/05/2022 15:41:49 ຈຳນວນຢ້ຽມຊົມ 215 ຄັ້ງ ສຳເນົາ ສະຫາຍທີ່ຮັກແພງ,
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຮັບຊາບວ່າ ສະຫາຍ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ຕາງໜ້າໃຫ້ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີຊົມເຊີຍຢ່າງສຸດ ໃຈ ແລະ ສົ່ງຄວາມອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດໃໝ່ ມານະທີ່ນີ້ດ້ວຍ.
ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ, ພາຍໃຕ້ການນໍາພາອັນໜັກແໜ້ນ ຂອງ ສູນກາງພັກປະຊາ ຊົນປະຕິວັດລາວທີ່ມີ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນແກນນໍາ, ພາລະ ກິດແຫ່ງການກໍ່ສ້າງສັງຄົມນິຍົມຂອງລາວ ໄດ້ມີຄວາມຄືບໜ້າ ທີ່ສໍາຄັນ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງປົວແປງດີຂຶ້ນເລື້ອຍໆ. ພາຍໃຕ້ສະພາບການໃໝ່ນີ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ໄດ້ໄຂຂຶ້ນຢ່າງສະຫງ່າງາມ ແລະ ມີໄຊ, ເຊິ່ງໄດ້ມີຄວາມໝາຍອັນຍິ່ງໃຫຍ່ ແລະ ສໍາຄັນຫຼາຍຕໍ່ການກໍານົດຍຸດທະສາດທີ່ເປັນລະບົບ ໃຫ້ແກ່ພາລະ ກິດຂອງພັກ ແລະ ປະເທດຊາດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນໜັກແໜ້ນ ຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນແກນນໍານັ້ນ, ພັກປະຊາຊົນປະຕິວັດລາວ ແນ່ນອນຈະສາມາດນໍາພາປະຊາຊົນລາວທົ່ວປະເທດ ສືບຕໍ່ມີຄວາມສາມັກຄີເປັນປຶກແຜ່ນ, ບາກບັ່ນສູ້ ຊົນ ແລະ ຊຸກຍູ້ເຮັດໃຫ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມນັບມື້ນັບມີໝາກຜົນອັນໃໝ່ ແລະ ຍິ່ງໃຫຍ່ຂຶ້ນໄປເລື້ອຍໆ.
ສອງປະເທດ ຈີນ-ລາວ ເປັນປະເທດສັງຄົມນິຍົມ ຖານບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດອັນດີງາມ ໂດຍຢູ່ພາຍໃຕ້ການເອົາໃຈໃສ່, ຖະໜຸຖະໜອມ ແລະ ຊຸກຍູ້ຮ່ວມກັນຈາກການນໍາແຕ່ລະສະໄໝຂອງສອງພັກ, ສອງປະເທດ ຈີນ-ລາວ, ໄດ້ເຮັດໃຫ້ສາຍພົວພັນສອງປະເທດຮັບການເພີ່ມພູນຄູນສ້າງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ກໍຄື ປະຊາຊົນສອງຊາດ ຈີນ-ລາວ. ພາຍໃຕ້ສະຖາ ນະການຂອງໂລກພວມຢູ່ໄລຍະການປ່ຽນແປງ ແລະ ປັ່ນປ່ວນນີ້, ຂ້າພະເຈົ້າ ຍິນດີຮ່ວມກັບ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເພີ່ມທະວີ ການນໍາພາທາງດ້ານການເມືອງຕໍ່ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ, ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກການພົວ ພັນຮ່ວມມື ແລະ ຊຸກຍູ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ, ຈັບມືກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງພາກພື້ນ.
ຂໍອວຍພອນໃຫ້ ສະຫາຍເລຂາທິການໃຫຍ່ ຈົ່ງປະສົບຜົນສໍາເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດໜ້າທີ່ວຽກງານອັນມີກຽດ ສະຫງ່າ ແລະ ສູງສົ່ງຂອງສະຫາຍ.
ດ້ວຍຄວາມນັບຖືຢ່າງສູງ,
ນະຄອນຫຼວງປັກກິ່ງ, ວັນທີ 15 ມັງກອນ 2021
ສີ ຈິ້ນຜິງ
ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ
15/05/2022 15:52:33
07/07/2023 09:34:39
27/03/2023 14:14:59
11/04/2023 15:35:02
03/02/2023 11:05:16
12/11/2022 07:31:47
15/05/2022 15:50:50
15/05/2022 15:49:53
15/05/2022 16:59:46
15/05/2022 09:49:40
15/05/2022 15:47:56
15/05/2022 15:48:31
14/05/2022 20:32:50
29/07/2022 14:58:20
15/05/2022 15:35:03
12/05/2021 16:28:03
12/05/2021 16:35:59
15/05/2022 10:24:39