ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ສົ່ງໂທລະເລກອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ
ເຜີຍແຜ່ໂດຍ: admin ເວລາ: 15/05/2022 15:32:37 ຈຳນວນຢ້ຽມຊົມ 202 ຄັ້ງ ສຳເນົາ
ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ຂໍຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງສຸດອົກສຸດໃຈ ແລະ ໂດຍຜ່ານ ກອງປະຊຸມໃຫຍ່ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນຖານສະຫາຍ ໄປຍັງ ສະມາຊິກພັກ ປປ ລາວ ທຸກຖ້ວນໜ້າ.
ຕະຫລອດໄລຍະ 5 ປີ ຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ຈັດຕັ້ງນຳພາ ສະມາຊິກພັກ ແລະ ປະຊາ ຊົນໃນທົ່ວປະເທດ ຢ່າງສະຫລາດສ່ອງໃສ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ບັນລຸຜົນສຳເລັດອັນໃຫຍ່ຫລວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ.
ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະ ຊາຊົນ ປະຕິວັດລາວ ຈະເປັນໂອກາດ ແຫ່ງການສ້າງເຫດການສຳຄັນອັນໃໝ່ ໃນການຕໍ່ສູ້ຂອງພັກ ເພື່ອບັນລຸຄວາມຈະເລີນວັດທະນາຂອງປະເທດຊາດ ແລະ ຍົກສູງບົດບາດການນຳພາ ຂອງພັກ ຍິ່ງໆຂຶ້ນ.
ໃນໂອກາດນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອລະຫວ່າງ ສອງພັກ, ສອງປະເທດພວກເຮົາ ຈະໄດ້ຮັບການພັດທະນາສູ່ລະດັບສູງ. ພາຍໃຕ້ການເອົາໃຈໃສ່ອັນເລີກເຊິ່ງຂອງ ບັນດາຜູ້ນຳສູງສຸດຂອງສອງປະເທດ ການຕໍ່ສູ້ ຮ່ວມກັນ ເພື່ອຜົນສຳເລັດຂອງພາ ລະກິດສັງຄົມນິຍົມ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ. ຂໍອວຍພອນໄຊອັນປະເສີດໃຫ້ ກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຈົ່ງປະສົບຜົນສຳເລັດອັນໃຫຍ່ຫລວງ.
ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ
ວັນທີ 13 ມັງກອນ, ປີ ຈຸເຊ110 (2021)
ນະຄອນຫລວງພຽງຢາງ
15/05/2022 15:52:33
07/07/2023 09:34:39
27/03/2023 14:14:59
11/04/2023 15:35:02
03/02/2023 11:05:16
12/11/2022 07:31:47
15/05/2022 15:50:50
15/05/2022 15:49:53
15/05/2022 16:59:46
15/05/2022 09:49:40
15/05/2022 15:47:56
15/05/2022 15:48:31
14/05/2022 20:32:50
29/07/2022 14:58:20
15/05/2022 15:35:03
12/05/2021 16:28:03
12/05/2021 16:35:59
15/05/2022 10:24:39