ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມ ງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 ທີ່ ສ.ປອກຕຸຍການ
ເຜີຍແຜ່ໂດຍ: moderator ເວລາ: 08/09/2026 12:42:37 ຈຳນວນຢ້ຽມຊົມ 41 ຄັ້ງ ໂດຍອີງຕາມການເຊື້ອເຊີນຂອງ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກ ປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ປອ. ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ (Portuguese Communist Party) ທີ່ເມືອງ ລິດສະບອນ, ປະເທດ ປອກຕຸຍການ, ໃນລະຫວ່າງວັນທີ 4–6 ກັນຍາ 2026. ໃນໂອກາດເຂົ້າຮ່ວມງານບຸນມະໂຫລານຄັ້ງນີ້, ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ ໄດ້ເຂົ້າຢ້ຽມພົບປະກັບ ສະຫາຍ ປາວໂຣ ໄຣມຸນໂດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນນິດປອກຕຸຍການ ແລະ ໄດ້ຕາງໜ້າໃຫ້ແກ່ ພັກປະຊາຊົນປະຕິວັດລາວ ລົງນາມໃນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດປອກຕຸການ, ເຊິ່ງຕາງໜ້າ ພັກກອມມູນິດປອກຕຸຍການ ລົງນາມໂດຍ ສະຫາຍ ເປໂດຼ ເກຍໄຣໂຣ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດປອກຕຸຍການ, ເພື່ອກໍານົດທິດທາງໃນການຮັດແໜ້ນ ແລະ ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງພັກ ໃນຕໍ່ໜ້າ.
ໃນໂອກາດການພົບປະສອງຝ່າຍ, ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ; ໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ; ໄດ້ແລກປ່ຽນບາງບົດຮຽນ ກ່ຽວກັບ ສະພາບການເຄື່ອນໄຫວຂອງພັກ ແລະ ວຽກງານກໍ່ສ້າງພັກ, ພ້ອມທັງບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈ. ສະຫາຍ ປາວໂລ ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ການເດີນທາງມາຮ່ວມງານມະໂຫລານ ອາວັງເຕ ໃນຄັ້ງນີ້ ຂອງຄະນະຜູ້ແທນພັກ ປປ ລາວ, ເຊິ່ງເປັນການຢັ້ງຢືນໃຫ້ເຫັນເຖິງການສະໜັບສະໜູນເຊີ່ງກັນແລະກັນ ແລະ ການຮັດແໜ້ນຄວາມສາມັກຄີ ລະຫວ່າງສອງພັກ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ມີຄວາມຫຍຸ້ງຍາກສັບສົນ; ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບທີ່ດີ ແລະ ອົບອຸ່ນ ຂອງ ພັກ ປປ ລາວ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນ ພັກກອມມູນິດປອກຕຸຍການ ໃນປີ 2024 ຜ່ານມາ; ໄດ້ຍົກໃຫ້ເຫັນເຖິງຄວາມສົນໃຈ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ວຽກງານອົງການຈັດຕັ້ງມະຫານຊົນ ໂດຍສະເພາະ ວຽກງານການເຄື່ອນໄຫວຂອງອົງການຈັດຕັ້ງແມ່ຍິງ ແລະ ຊາວໜຸ່ມ ພາຍໃຕ້ການນໍາພາຂອງ ພັກ ປປ ລາວ.
ໃນກອບຂອງງານບຸນມະໂຫລານ ອາວັງເຕ ໃນຄັ້ງນີ້, ຄະນະຜູ້ແທນ ພັກ ປປ ລາວ ຍັງໄດ້ເຂົ້າຮ່ວມງານວາງສະແດງມູນເຊື້ອຂອງພັກ, ວັດທະນະທໍາ ແລະ ສີລະປະກໍາ ນາໆຊາດ, ເຊິ່ງ ພັກ ປປ ລາວ ກໍແມ່ນໜຶ່ງໃນບັນດາພັກການເມືອງເພື່ອນມິດ ລວມທັງ ພັກກອມມູນິດຈີນ, ພັກກອມູນິດຫວຽດນາມ, ກູບາ ແລະ ພັກການເມືອງອື່ນໆ ຫຼາຍກວ່າ 40 ພັກການເມືອງໃນທົ່ວໂລກ ທີ່ເຂົ້າຮ່ວມ ແລະ ເປີດຮ້ານວາງສະແດງຂອງຕົນ ຢ່າງຟົດຟື້ນ ແລະ ດຶງດູດຄວາມສົນໃຈ ຈາກບັນດາຜູ້ຄົນທີ່ມາທ່ຽວຊົມງານເປັນຈໍານວນຫຼວງຫຼາຍ.
ງານບຸນມະໂຫລານ ອາວັງເຕ, ເປັນງານບຸນປະເພນີປະຈໍາປີຂອງ ພັກກອມມູນິດປອກຕຸຍການ, ເຊິ່ງຈັດຂຶ້ນໃນທຸກໆຕົ້ນເດືອນກັນຍາ ຂອງທຸກປີ ເປັນເວລາມາດົນນານ, ເປັນເວທີໃນການເຕົ້າໂຮມຄວາມສາມັກຄີ, ພົບປະ, ແລກປ່ຽນບົດຮຽນ-ປະສົບການເຄື່ອນໄວ ແລະ ການຮ່ວມມື ຂອງບັນດາພັກກອມມູນິດ, ພັກກໍາມະກອນ ແລະ ຂະບວນການກ້າວໜ້າຝ່າຍຊ້າຍ, ເຊິ່ງ ພັກ ປປ ລາວ ໄດ້ໃຫ້ຄວາມສໍາຄັນ ໂດຍໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມຫຼາຍຄັ້ງໃນໄລຍະຜ່ານມາ ແລະ ໃນຄັ້ງທີ 50 ນີ້, ພັກ ປປ ລາວ ໄດ້ເຂົ້າຮ່ວມເປີດຮ້ານວາງສະແດງຂອງພັກເປັນຄັ້ງທໍາອິດ ເພື່ອເປັນການເຜີຍແຜ່ແນວທາງນະໂຍບາຍ ແລະ ຍົກສູງບົດບາດຂອງ ພັກ ປປ ລາວ ລວມທັງເປັນການແລກປ່ຽນດ້ານວັດທະນະທໍາ ແລະ ຮີດຄອງປະເພນີ ຂອງຊາດລາວ ໃນເວທີສາກົນ.
08/09/2026 12:42:37
03/09/2026 14:10:36
28/08/2026 17:29:08
27/08/2026 13:25:17
27/08/2026 08:46:58
25/08/2026 14:08:13
14/08/2026 09:27:49
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
29/07/2022 15:17:46
16/07/2025 16:30:18
13/06/2023 14:17:31



