ຄະນະພົວພັນຕ່າງປະເທດສູນກາງພັກ ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຂອງພັກ, ຂອງຊາດ
ເຜີຍແຜ່ໂດຍ: moderator ເວລາ: 03/09/2026 14:10:36 ຈຳນວນຢ້ຽມຊົມ 144 ຄັ້ງ ໃນວັນທີ 03 ກັນຍາ 2026, ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາ ເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນຢຶດອໍານາດ ທົ່ວປະເທດ 23 ສິງຫາ 1945 ຄົບຮອບ 81 ປີ ແລະ 23 ສິງຫາ 1975 ຄົບຮອບ 51 ປີ, ແລະ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026), ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ຂອງວັນຢຶດອຳນາດ 23 ສິງຫາ, ເຊິ່ງເປັນວັນແຫ່ງໄຊຊະນະຂອງການຕໍ່ສູ້ປະຕິວັດທີ່ຍືດເຍື້ອຍາວນານ ແລະ ເຕັມໄປດ້ວຍນໍ້າໃຈພິລະອາດຫານ, ຄວາມເສຍສະ ຫຼະທັງຊີວິດ ແລະ ເລືອດເນື້ອ ຂອງປະຊາຊົນລາວບັນດາເຜົ່າ, ແມ່ນໝາກຜົນຂອງ ການນໍາໃຊ້ສາມບາດຄ້ອນຍຸດທະສາດ ແລະ ໝູນໃຊ້ທິດສະດີມາກ-ເລນິນ ຢ່າງປະດິດສ້າງ, ເຊິ່ງໄດ້ຊີ້ໃຫ້ເຫັນແຈ້ງ ເຖິງການນໍາພາທີ່ຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ. ເຫດການດັ່ງກ່າວ, ເປັນການບົ່ງບອກເຖິງຄວາມປະລາໄຊ ອັນເຈັບແສບ ຂອງຈັກກະພັດຜູ້ຮຸກຮານ, ແມ່ນວັນໄຂສັງກາດໃໝ່ ຂອງປະຊາຊົນລາວ ທີ່ໄດ້ຮັບຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ມີລະບອບການເມືອງທີ່ເປັນເອກະພາບ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ, ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການສ້າງສາພັດທະນາ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ບົດບາດ ຂອງ ສປປ ລາວ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພ້ອມກັນນັ້ນ, ສະຫາຍ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ສືບຕໍ່ຍົກໃຫ້ເຫັນເຖິງ ຄວາມສໍາຄັນຂອງລັດຖະທຳມະນູນ, ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ມີຄວາມຈໍາເປັນຕ້ອງຫັນໄປສູ່ລະບຽບກົດໝາຍ. ຍ້ອນແນວນັ້ນ, ລັດຖະທຳມະນູນ ສະບັບທຳອິດຂອງ ສປປ ລາວ ຈຶ່ງໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991; ຜ່ານການຈັດຕັ້ງປະຕິບັດລັດຖະທຳມະນູນສະບັບທຳອິດ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນແຕ່ ລະໄລຍະ, ສະພາແຫ່ງຊາດ ຈຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງເທື່ອທີໜຶ່ງ ໃນປີ 2003, ເທື່ອທີສອງ ໃນປີ 2015 ແລະ ເທື່ອທີສາມ ໃນປີ 2025 ເຊິ່ງແມ່ນສະບັບທີ່ນໍາໃຊ້ໃນປະຈຸບັນ, ພ້ອມທັງໄດ້ຫັນເອົາເນື້ອໃນຈິດໃຈ ຂອງລັດຖະທຳມະນູນ ເປັນກົດໝາຍໃນຂະແໜງການຕ່າງໆ ແລະ ນິຕິກຳໃຕ້ກົດໝາຍເປັນຈຳນວນຫຼວງຫຼາຍ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມດ້ວຍກົດໝາຍ ໃຫ້ນັບມື້ເປັນລະບົບຄົບຊຸດຂື້ນເທື່ອລະກ້າວ, ເປັນພື້ນຖານຄໍ້າປະກັນໃຫ້ແກ່ການປະຕິບັດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ.
ຈຸດປະສົງຂອງການເຊື່ອມຊຶມເອກະສານດັ່ງກ່າວ ກໍ່ເພື່ອໃຫ້ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ເຫັນໄດ້ເຖິງຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ພ້ອມທັງ ປຸກລະດົມຂົນຂວາຍໃຫ້ສະມາຊິກພັກ-ພະນັກງານ ມີສະຕິຕື່ນຕົວສູງຕໍ່ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳຕ່າງໆ ເພື່ອສາມາດນໍາໄປຈັດຕັ້ງປະຕິບັດເຂົ້າສູ່ໜ້າວຽກຕົວຈິງ, ປະກອບສ່ວນບູລະນະລະບອບປະຊາທິປະໄຕປະຊາຊົນ ເພື່ອສ້າງໃຫ້ເປັນລັດປົກຄອງດ້ວຍກົດໝາຍທີ່ເຂັ້ມແຂງຂຶ້ນເປັນກ້າວໆ.
08/09/2026 12:42:37
03/09/2026 14:10:36
28/08/2026 17:29:08
27/08/2026 13:25:17
27/08/2026 08:46:58
25/08/2026 14:08:13
14/08/2026 09:27:49
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
29/07/2022 15:17:46
16/07/2025 16:30:18
13/06/2023 14:17:31



