ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ອາແຊັກໄບຊານ
ເຜີຍແຜ່ໂດຍ: moderator ເວລາ: 23/06/2026 13:38:06 ຈຳນວນຢ້ຽມຊົມ 112 ຄັ້ງ ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກອາແຊັກໄບຊານໃໝ່, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ບຸນຍາເດດ ໄຊຍະວົງ, ຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ໃນຫົວຂໍ້: ການປະກອບສ່ວນຂອງພາກພື້ນຕໍ່ຄວາມໝັ້ນຄົງຂອງໂລກ: ການສ້າງສັນຕິພາບໃນພາກພື້ນຄໍເຄຊັດສໃຕ້ (Regional Contribution to Global Security: Peacebuilding on the South Caucasus) ທີ່ ເມືອງຊູຊາ, ສ. ອາແຊັກໄບຊານ ລະຫວ່າງວັນທີ 13-17 ມິຖຸນາ 2026.
ກອງປະຊຸມດັ່ງກ່າວ ເປັນການເຕົ້າໂຮມ ຜູ້ນຳທາງການເມືອງ, ນັກການທູດ, ສະມາຊິກສະພາແຫ່ງຊາດ ແລະ ຕົວແທນພັກການເມືອງຈາກຫຼາຍປະເທດ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານ ທັງພາຍໃນ ແລະ ຕ່າງປະເທດ ຈາກ 14 ພັກການເມືອງ ແລະ 1 ສະຖາບັນ ເພື່ອຮ່ວມກັນປຶກສາຫາລືກ່ຽວກັບການຮ່ວມມືໃນພາກພື້ນ, ການຟື້ນຟູຫຼັງຄວາມຂັດແຍ່ງ ແລະ ການສ້າງສາສັນຕິພາບທີ່ຍືນຍົງ. ກອງປະຊຸມປະກອບດ້ວຍ 03 ຫົວຂໍ້ຍ່ອຍຄື: 1). ກົນໄກການສ້າງສັນຕິພາບ: ການທູດດ້ານພັກ ທ່າມກາງຄວາມທ້າທາຍຂອງໂລກ; 2). ໂຄງການລະດັບພາກພື້ນ ແລະ ການຮ່ວມມືຂ້າມຊາຍແດນ: ພື້ນຖານດ້ານເສດຖະກິດຂອງສັນຕິພາບທີ່ຍືນຍົງ ແລະ 3). ການຟື້ນຟູພາຍຫຼັງຄວາມຂັດແຍ່ງ: ສິ່ງທ້າທາຍໃນປັດຈຸບັນ ຕໍ່ກັບການວາງຜັງຕົວເມືອງ.
ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໄດ້ປະກອບຄຳເຫັນໃນຫົວຂໍ້ຍ່ອຍທີ 1, ຊຶ່ງ ສະຫາຍຫົວໜ້າຄະນະໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກອາແຊັກໄບຊານ ໃໝ່ ຕໍ່ການເຊື້ອເຊີນ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນແກ່ ຄະນະຜູ້ແທນພັກປະຊາຊົນປະຕິວັດ ພ້ອມທັງຕີລາຄາສູງຕໍ່ ພັກອາແຊັກໄບຊານໃໝ່ ທີ່ໄດ້ຈັດກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນໃນຄັ້ງນີ້ ແລະ ຍົກໃຫ້ເຫັນບົດບາດສຳຄັນຂອງການສ້າງກົນໄກການປຶກສາຫາລືລະດັບພາກພື້ນ, ຍົກສູງການແລກປ່ຽນທາງດ້ານວັດທະນະທຳ-ສັງຄົມ, ການເຊື່ອມຈອດດ້ານຄົມມະນາຄົມ-ຂົນສົ່ງ, ການເພີ່ມທະວີກົນໄກການຮ່ວມມືການທູດດ້ານພັກ, ການທູດປະຊາຊົນ ແລະ ການແລກປ່ຽນການໄປມາຫາສູ່ຂອງປະຊາຊົນ, ຊຶ່ງເປັນກົນໄກສຳຄັນໃນການເສີມສ້າງສັນຕິພາບ ແລະ ການພັດທະນາຮ່ວມກັນ. ພ້ອມດຽວກັນນັ້ນ, ໄດ້ຢ້ຳຄືນທັດສະນະ ແລະ ນະໂຍບາຍການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງ ພັກປະຊາຊົນປະຕິວັດລາວ ໃນການເປີດກວ້າງການພົວພັນຮ່ວມມືກັບບັນດາພັກການເມືອງແບບຫຼາຍທິດ, ຫຼາຍຝ່າຍ ກໍຄືການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ.
16/07/2026 13:12:35
15/07/2026 16:38:47
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
10/04/2025 15:37:41
10/04/2025 15:18:32
29/07/2022 15:17:46
23/04/2025 13:17:35
16/07/2025 16:30:18
30/07/2025 16:01:28
13/06/2023 14:17:31
30/05/2023 10:28:03
27/05/2025 15:03:03
03/06/2025 14:03:36
03/10/2025 15:43:46
24/07/2025 13:53:23



