ສະມາຄົມມິດຕະພາບ ລາວ - ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີ ລະນຶກເຖິງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ
ເຜີຍແຜ່ໂດຍ: moderator ເວລາ: 29/01/2026 09:14:39 ຈຳນວນຢ້ຽມຊົມ 544 ຄັ້ງ ໃນຕອນເຊົ້າວັນທີ 28 ມັງກອນ 2026, ສະມາຄົມມິດຕະພາບ ລາວ - ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ ເພື່ອລະນຶກເຖິງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງ ທ່ານ ໂຮເຊ ມາກຕີ ຄົບຮອບ 173 ປີ (28/01/1853 – 28/01/2026) ທີ່ໂຮງຮຽນ ມສ ດົງບັງມິດຕະພາບ ລາວ - ກູບາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ໃຫ້ກຽດເຂົ້າຮ່ວມໃນພິທີມີ: ທ່ານ ນາງ ບັນດິດ ປະທົມວັນ, ຮອງປະທານສະມາຄົມມິດຕະພາບ ລາວ-ກູບາ, ແລະ ທ່ານ ລີໂອເນວ ກອນຊາເລັຊ (Leonel Gonzalez), ທີ່ປືກສາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ. ນອກຈາກນັ້ນຍັງມີບັນດາ ທ່ານ ຄະນະບໍລິຫານງານສະມາຄົມມິດຕະພາບລາວ - ກູບາ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກການ, ຜູ້ຕາງໜ້າຈາກອົງການປົກຄອງເມືອງໄຊທານີ, ອະດີດນັກສຶກສາລາວຈົບຈາກ ກູບາ, ຄູອາຈານ, ນັກຮຽນຈາກໜ່ວຍງານວິຊາພາສາແອັສປາຍ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ. ດົງບັງ ມິດຕະພາບ ລາວ - ກູບາ ແລະ ອຳນາດການປົກຄອງບ້ານດົງບັງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີຄັ້ງນີ້ ສະແດງເຖິງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນອັນໃຫ່ຍຫຼວງຕໍ່ ທ່ານ ໂຮເຊ ມາກຕີ (Jose Marti), ຜູ້ທີ່ໄດ້ເສຍສະຫຼະ ເພື່ອການປະຕິວັດຂອງກູບາ, ທັງເປັນ ການສະແດງເຖິງການຮັດແໜັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ 2 ຊາດລາວ ແລະ ກູບາ ໃຫ້ນັບມື້ມີບາດກ້າວໃໝ່ ພ້ອມທັງ ເຮັດໃຫ້ນັກຮຽນນັກສຶກສາ, ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນເປັນຈິດໜຶ່ງໃຈດຽວຂອງປະຊາຊົນກູບາ ແລະ ໝາກຜົນຂອງສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມ ລະຫວ່າງ ລາວ - ກູບາ ແລະ ທັງເປັນໂອກາດຮຽນຮູ້ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ.
16/07/2026 13:12:35
15/07/2026 16:38:47
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
10/04/2025 15:37:41
10/04/2025 15:18:32
29/07/2022 15:17:46
23/04/2025 13:17:35
16/07/2025 16:30:18
30/07/2025 16:01:28
13/06/2023 14:17:31
30/05/2023 10:28:03
27/05/2025 15:03:03
03/06/2025 14:03:36
03/10/2025 15:43:46
24/07/2025 13:53:23
