ເຜີຍແຜ່ເອກະສານ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເຜີຍແຜ່ໂດຍ: moderator ເວລາ: 23/01/2026 13:31:30 ຈຳນວນຢ້ຽມຊົມ 21 ຄັ້ງ ໃນວັນທີ 23 ມັງກອນ 2026, ຢູ່ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ໄດ້ມີການຈັດພິທີປາຖະກະຖາ ເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026). ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກ ງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ເຜີຍແຜ່ເອກະສານເຊື່ອມຊຶມມະຕິ ຂອງ ກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເອກະສານສິດເປັນເຈົ້າຂອງປະຊາຊົນ, ເນື້ອໃນສໍາຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ພ້ອມນັ້ນ, ຍັງໄດ້ແນະນໍາເພີ່ມເຕີມໃຫ້ພະນັກງານ ຄະນະພົວພັນຕ່າງ ປະເທດສູນກາງພັກ ເຂົ້າໃຈແຈ້ງ ຕໍ່ແນວທາງ-ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເສີມຂະຫຍາຍນໍ້າໃຈຮັກຊາດ, ຕັ້ງໜ້າກະກຽມ ແລະ ເຂົ້າຮ່ວມຂະບວນການເລືອກຕັ້ງຄັ້ງນີ້ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ແລະ ຮັບປະກັນການເສີມຂະຫຍາຍສິດປະຊາທິປະໄຕຢ່າງແຂງແຮງ, ເຕັມສ່ວນ, ກວ້າງຂວາງ ທົ່ວເຖິງ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນໃຫ້ໄດ້ຜູ້ຄົບມາດຖານເງື່ອນໄຂ ຢ່າງຄົບຖ້ວນ ຕາມທີ່ກໍານົດໄວ້ໃນກົດໝາຍ ເພື່ອເປັນຕົວແທນປົກປ້ອງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ. ພ້ອມທັງຮັບປະກັນຄວາມສະຫງົບໃຫ້ໄດ້ 100%, ຮັບປະກັນບໍ່ໃຫ້ມີບັດຕາຍ 100% ແລະ ຜູ້ທີ່ມີສິດປ່ອນບັດໃຫ້ໄປປ່ອນບັດດ້ວຍຄວາມສະໝັກໃຈ 100%.
ຈາກນັ້ນ, ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ, ໂດຍໄດ້ຍົກໃຫ້ເຫັນເຖິງການກໍາເນີດກໍາລັງປະກອບອາວຸດ ແມ່ນເຫດການສໍາຄັນປະຫວັດສາດຂອງຊາດລາວ ທັງເປັນບາດລ້ຽວສໍາຄັນສໍາລັບການເຕີບໃຫຍ່ຂະຫຍາຍຕົວ ແລະ ຕັດສິນໄຊຊະນະຂອງຂະບວນການປະຕິວັດ ພາຍໃຕ້ການນໍາພາ-ຊີ້ນໍາເດັດຂາດ, ໂດຍກົງຮອບດ້ານຂອງ ພັກປະຊາຊົນປະຕິວັດລາວ; ວັນສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ 1949 ປຽບເໝືອນແສງໄຟນ້ອຍໆທີ່ເປັນຈຸດເລີ່ມຕົ້ນຂອງທວານໄຟທີ່ມີລັດສະໝີເປັ່ງປະກາຍເປັນວົງກວ້າງໃຫຍ່ໄພສານ, ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອ ເຂົ້າຮ່ວມນັບມື້ນັບກວ້າງຂວາງຈາກມະຫາຊົນ ເຮັດໃຫ້ກໍາລັງປະກອບອາວຸດເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ, ຈົນສາມາດທັບມ້າງທຸກການຮຸກຮານທັງແບບເກົ່າ ແລະ ແບບໃໝ່, ກາຍເປັນກໍາລັງແຮງແກ່ນສານຂອງການປະຕິວັດລາວ, ຍູ້ແຮງແນວທາງປ່ຽນແປງໃໝ່ ສູ່ລວງເລິກທີ່ແຂງແຮງຮອບດ້ານໃນການນໍາພາຂອງພັກ ໃນເງື່ອນໄຂໃໝ່, ສົມກັບນາມມະຍົດ “ກອງທັບລາວວິລະຊົນ ຂອງຊາດລາວວິລະຊົນ”.
23/01/2026 13:31:30
22/01/2026 08:21:21
19/01/2026 08:28:49
16/01/2026 21:17:42
16/01/2026 21:00:02
15/01/2026 10:54:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
