ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍຂອງ ຜູ້ຕາງໜ້າພິເສດຂອງ ສູນກາງພັກກອມມູນິດຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 09/01/2026 09:10:04 ຈຳນວນຢ້ຽມຊົມ 90 ຄັ້ງ ໃນຕອນແລງ ຂອງວັນທີ 8 ມັງກອນ 2026, ຢູ່ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ຮວາຍ ຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງ ສະຫາຍ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງ ສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ແຕ່ງຕັ້ງ ຜູ້ຕາງໜ້າພິເສດ ມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ແລະ ຖືໂອກາດນີ້ ຝາກຄວາມຂອບໃຈຢ່າງຈິງໃຈ ໂດຍຜ່ານ ສະຫາຍຜູ້ຕາງໜ້າພິເສດ ໄປຍັງ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ສົ່ງສານອວຍພອນຊົມເຊີຍ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ການມາອວຍພອນ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຂອງຄະນະ ຖືເປັນຄະນະຜູ້ແທນຕ່າງປະເທດທໍາອິດ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຖືສໍາຄັນຂອງ ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ ພັກ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືຕໍ່ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບໂດຍສັງເຂບ ກ່ຽວກັບຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ເປັນເຫດການປະຫວັດສາດທາງດ້ານການເມືອງ-ສັງຄົມ ອັນສໍາຄັນຍິ່ງ ຂອງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງໄດ້ດຳເນີນຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ແລະ ຖືວ່າໄດ້ຮັບຜົນສໍາເລັດຢ່າງຈົບງາມ, ໃນນັ້ນ ບັນດາເອະການສໍາຄັນຂອງກອງປະຊຸມໄດ້ຖືກຮັບຮອງເອົາຢ່າງມີຄວາມເປັນເອກະພາບສູງ ໂດນສະເພາະແມ່ນ ໂຄງການການເມືອງ ສະບັບທີ 3 ຂອງພັກ, ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃນນັ້ນ ກໍາມະການສູນກາງພັກສົມບູນ ຈໍານວນ 73 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ ຈໍານວນ 15 ສະຫາຍ.
ສະຫາຍ ເລ ຮວາຍ ຈູງ ໄດ້ຕາງໜ້າໃຫ້ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະແດງຄວາມຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອີກໜຶ່ງສະໄໝ ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈຢ່າງເລິກເຊິງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ, ສະຕິປັນຍາ ແລະ ຄວາມມຸ້ງມາດປາຖະໜາຂອງ ສະຫາຍເລຂາທິການໃຫຍ່ ຕະຫຼອດໄລຍະທີ່ຜ່ານມາ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ເຊິ່ງເປັນເຫດການເມືອງທີ່ສໍາຄັນ, ມີຄວາມໝາຍເລິກເຊິງຕໍ່ກັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງລາວ ກໍຄື ຕໍ່ການເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ. ຜົນສໍາເລັດ ກອງປະຊຸມໃຫຍ່ຄັ້ງນີ້ ຍັງເປັນຂີດໝາຍຂອງບາດກ້າວພັດທະນາໃໝ່ຂອງການປະຕິວັດລາວ, ຢືນຢັນກໍາລັງແຮງອັນໃຫຍ່ຫຼວງຂອງກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ, ແນວທາງປ່ຽນ ແປງໃໝ່ຢ່າງຮອບດ້ານ, ມີຫຼັກການ ແລະ ສືບທອດ ເພື່ອເປົ້າໝາຍປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວໃຫ້ໝັ້ນຄົງ ເຂັ້ມແຂງ ຕາມທິດສັງຄົມນິຍົມ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ມີການຕິດຕາມຢ່າງໃກ້ຊິດ, ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ໃຫ້ການສະໜັບສະໜູນ ຢ່າງຈິງໃຈ, ເຊິ່ງເປັນການປະກອບ ສ່ວນສໍາຄັນເຂົ້າໃນຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້. ພ້ອມນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍ ພອນໄຊອັນປະເສີດໄປຍັງ ສະຫາຍເລຂາທິການໃຫຍ່ ໂຕ ເລິມ, ສະຫາຍປະທານປະເທດ ເລືອງ ເກືອງ ແລະ ບັນດາສະຫາຍການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມ ຈົງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ, ສືບຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ອວຍພອນສະຫາຍຫວຽດນາມ ດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໃນທ້າຍເດືອນມັງກອນ ນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີໄຊ.
ໃນໂອກາດເດີນທາງມາ ສປປ ລາວ ໃນຄັ້ງນີ້, ສະຫາຍ ເລ ຮວາຍ ຈູງ ຍັງໄດ້ພົບປະກັບ ສະຫາຍ ທອງສະ ຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອເປັນການສະແດງຄວາມຊົມເຊີຍ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຖືກເລືອກເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ./
09/01/2026 22:23:24
09/01/2026 22:11:08
09/01/2026 09:17:57
09/01/2026 09:10:04
09/01/2026 08:52:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30
