ຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ, ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ເຜີຍແຜ່ໂດຍ: moderator ເວລາ: 10/04/2025 15:37:41 ຈຳນວນຢ້ຽມຊົມ 187 ຄັ້ງ ໂດຍຕອບສະໜອງຕາມຄຳເຊີນ ຂອງສະມາຄົມມິດຕະພາບ ລາວ - ຈີນ ຂັ້ນສູນກາງ, ຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ, ສປ ຈີນ ນຳໂດຍ ສະຫາຍ ຢາງ ຫວ້ານໝີງ (Yang Wanming), ປະທານສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ, ສປ ຈີນ ພ້ອມດ້ວຍຄະນະ ຈຳນວນ 06 ສະຫາຍ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 09-13 ເມສາ 2025.
ໃນວັນທີ 09 ເມສາ 2025, ທີ່ນະຄອນຫຼວງວຽງຈັນ, ສະມາຄົມມິດຕະພາບ ລາວ - ຈີນ ຂັ້ນສູນກາງ ແລະ ສະມາຄົມປະຊາຊົນຈີນກັບຕ່າງປະເທດໄດ້ຈັດກອງປະສອງຝ່າຍ, ຝ່າຍລາວ ນຳໂດຍ ສະຫາຍ ປອ. ເພັດ ພົມພິພັກ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານສະມາຄົມມິດຕະພາບ ລາວ - ຈີນ ຂັ້ນສູນກາງ ແລະ ຝ່າຍຈີນ ນຳໂດຍ ສະຫາຍ ຢາງ ຫວ້ານໝີງ (Yang Wanming), ປະທານສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ. ໃນກອງປະຊຸມ ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ ໃຫ້ແຕ່ລະຝ່າຍຊາບ, ລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ, ຕີລາຄາການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການເຄື່ອນໄຫວຮ່ວມມືໃນຕໍ່ໜ້າຂອງສອງສະມາຄົມມິດຕະພາບ ທີ່ໄດ້ເຮັດໜ້າທີ່ເປັນຂົວຕໍ່ທີ່ດີໃນວຽກງານການທູດປະຊາຊົນ ເພື່ອຊຸກຍູ້ສາຍພົວພັນການຮ່ວມມືເປັນຕົ້ນແມ່ນຊຸກຍູ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດ ລາວ ແລະ ຈີນ ໂດຍສະເພາະແມ່ນປະຊາຊົນທີ່ອາໄສລຽບຕາມຊາຍແດນລາວ ແລະ ຈີນ ໃຫ້ມີການຈັດກິດຈະກໍາຮ່ວມກັນແລກປ່ຽນສິນຄ້າ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນເພື່ອພັດທະນາຊາຍແດນ ໃຫ້ກາຍເປັນເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ແລະ ເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດລາວ ແລະ ຈີນ.
ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ປອ. ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ອະດີດປະທານສະມາຄົມມິດຕະພາບ ລາວ - ຈີນ ຂັ້ນສູນກາງ), ສະຫາຍ ອະນຸພາບ ຕຸນາລົມ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຈີນ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນ. ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງອົງການມິດຕະພາບ ລາວ ແລະ ຈີນ ຕໍ່ການປະກອບສ່ວນສ້າງສາພັດທະນາ ສປປ ລາວ.
ຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ຍັງໄດ້ຮ່ວມກັບສະມາຄົມມິດຕະພາບລາວ - ຈີນ ຂັ້ນສູນກາງ, ຫ້ອງວ່າການປົກຄອງແຂວງ ຫຼວງພະບາງ ແລະ ສະຖານກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ ຈັດກອງປະຊຸມສຳມະນາກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຮ່ວມກັນ ຢູ່ແຂວງຫຼວງພະບາງ ມີແຂກເຂົ້າຮ່ວມຈຳນວນ 70 ກວ່າສະຫາຍ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວປະຫວັດສາດ ແລະ ວັດທະນະທຳ ຈຳນວນໜຶ່ງໃນແຂວງຫຼວງພະບາງ ແລະ ນະຄອນ ຫຼວງວຽງຈັນ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46