ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກໜ່ວຍພັກກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ຄຕພ
ເຜີຍແຜ່ໂດຍ: moderator ເວລາ: 02/04/2025 11:20:56 ຈຳນວນຢ້ຽມຊົມ 202 ຄັ້ງ ໜ່ວຍພັກກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຕົນຂຶ້ນ ໃນວັນທີ 31 ມີນາ 2025 ນີ້ ທີ່ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ຈັນທະພອນ ຄຳມະນີຈັນ, ຮັກສາການ ເລຂາໜ່ວຍພັກກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ, ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະໜ່ວຍພັກອ້ອມຂ້າງ ຄະນະພົວພັນຕ່າງປະ ເທດສູນກາງພັກ, ສະມາຊິກພັກສົມບູນ-ສຳຮອງໜ່ວຍພັກ ກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ຈັນທະພອນ ຄຳມະນີຈັນ, ໄດ້ຜ່ານບົດລາຍງານການເມືອງຂອງໜ່ວຍພັກ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ, ຊຶ່ງສະຫາຍໄດ້ຍົກໃຫ້ເຫັນວ່າ ຕະຫລອດໄລຍະ 5 ປີ ຜ່ານມາ, ໜ່ວຍພັກກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ໄດ້ຖືວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກົມເປັນຕົ້ນຕໍ; ໄດ້ປັບປຸງການກໍ່ສ້າງພັກ ແລະ ຂະຫຍາຍພັກຕາມກົດລະບຽບພັກ; ສ້າງໜ່ວຍພັກ, ສະມາຊິກພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ. ນອກຈາກນັ້ນ, ໜ່ວຍພັກ ໄດ້ຊຸກຍູ້ບັນດາສະຫາຍສະມາຊິກພັກ, ພະນັກງານພາຍໃນກົມ ເຂົ້າຮ່ວມຮັບຟັງການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ລະບຽບກົດໝາຍ, ມະຕິ, ຄຳສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກຂອງຊາດ, ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ອັນພົ້ນເດັ່ນ ແມ່ນໄດ້ຈັດຕັ້ງປະຕິບັດບັນດາແຜນ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີຂອງໜ່ວຍ ເຊິ່ງໜ່ວຍພັກໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020, 2021, 2023 ແລະ 2024.
ກອງປະຊຸມ ໄດ້ປ່ອນບັດເລືອກເອົາຄະນະພັກຊຸດໃໝ່ 3 ສະຫາຍ ຈາກຜູ້ຮັບລົງສະໝັກທັງໝົດ 5 ສະຫາຍ; ເລືອກໄດ້ ສະຫາຍ ຈັນທະພອນ ຄຳມະນຈັນ, ເປັນເລຂາໜ່ວຍພັກ, ສະຫາຍ ທອງດົມ ອິນທະພົນ, ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ພູເງິນ ສຸກວິໄລ, ເປັນກຳມະການໜ່ວຍພັກ, ທັງເປັນປະ ທານກວດກາຂອງໜ່ວຍພັກ.
ໃນໂອກາດດັ່ງກ່າວ ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໂດຍໄດ້ຍ້ອງຍໍຊົມເຊີຍຜົນງານຮອບດ້ານຂອງໜ່ວຍທີ່ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງໄດ້ຕີລາຄາຄວາມເອົາໃຈໃສ່ຂອງຄະນະໜ່ວຍພັກ, ສະ ມາຊິກພັກຂອງໜ່ວຍພັກກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ໃນການປະຕິບັດພາລະບົດບາດ, ໜ້າທີ່, ສິດຄວາມຮັບຜິດຊອບຂອງຄະນະໜ່ວຍພັກ, ເຮັດສຳເລັດໜ້າທີ່ການເມືອງທີ່ຖືກມອບໝາຍ. ພ້ອມກັນນັ້ນ, ສະຫາຍຮອງເລຂາຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ເນັ້ນ ໜັກໃຫ້ ຄະນະໜ່ວຍພັກຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ວຽກງານຂອງກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ກໍຄືການເປັນເສນາທິການໃນວຽກງານຄົ້ນຄວ້າສະພາບການພົ້ນ ເດັ່ນໃນພາກພື້ນ ແລະ ສາກົນ ຕະຫຼອດຮອດການກຳນົດບັນດາຍຸດທະສາດ ການພົວພັນລະຫວ່າງພັກ ປປ ລາວ ກັບພັກ ຂອງຕ່າງປະເທດ ໃຫ້ມີຄວາມຊັດເຈນ, ຖືກຕ້ອງ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ; ຮັບປະກັນໃຫ້ການພົວພັນດ້ານພັກຂອງພວກເຮົາ ນັບມື້ຫຼາຍຂຶ້ນ ເພື່ອຍາດແຍ່ງການຊ່ວຍເຫຼືອ, ຄວາມເຫັນອົກເຫັນໃຈ ຂອງຕ່າງປະເທດໃນເວລທີສາກົນຫຼາຍຂຶ້ນ; ເອົາໃຈໃສ່ ໃກ້ຊິດຕິດແທດພະນັກງານ, ສ້າງພະນັກງານສືບທອດ ປ່ຽນແທນ ພາຍໃນກົມ ເພື່ອຮັບປະກັນໂຄງສ້າງຂອງກົມ ໃຫ້ຄົບຊຸດ ເປັນພື້ນຖານໃນການນໍາພາການປະຕິບັດວຽກງານໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້; ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກໃນໜ່ວຍພັກກົມ ກຳໄດ້ແນວທາງການຕ່າງປະເທດຂອງພັກ-ລັດເຮົາ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລຍະ, ຝຶກຝົນຍົກລະດັບດ້ານວິຊາສະເພາະ, ພາ ສາຕ່າງປະເທດ; ສືບຕໍ່ສ້າງໃຫ້ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46