ຮັກສາການຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳລາວ ເຂົ້າຢ້ຽມຂໍ່ານັບ ແລະ ມອບໂທລະເລກອວຍພອນ ພ້ອມດ້ວຍກະຕ່າດອກໄມ້ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
ເຜີຍແຜ່ໂດຍ: moderator ເວລາ: 25/03/2025 08:37:06 ຈຳນວນຢ້ຽມຊົມ 95 ຄັ້ງ ໃນຕອນບ່າຍຂອງ ວັນທີ 21 ມີນາ 2025 ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັັບ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ແລະ ມອບໂທລະເລກອວຍພອນ ພ້ອມດ້ວຍກະຕ່າດອກໄມ້ ຂອງ ສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ສົ່ງເຖິງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ.
ໃນໂອກາດດັ່ງກ່າວ, ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍ ຕໍ່ ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງ ພັກ ປປ ລາວ ຕະຫຼອດໄລຍະເວລາ 70 ປີຜ່ານມາ, ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກປະຊາຊົນ ປະຕິວັດລາວ ຈະນໍາພາປະເທດຊາດ ແລະ ປະຊາຊົນລາວ ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະໄໝທີ XI ຂອງພັກ ກໍ່ຄື ການກະກຽມກອງປະຊຸມໃຫຍ່ ຂອງພັກ ສະໄໝທີ XII ໃນປີ 2026, ນໍາເອົາ ສປປ ລາວ ກ້າວສູ່ຄວາມຮຸ່ງເຮືອງ ຕາມທິດສັງຄົມນິີຍົມ ຢ່າງໜັກແໜ້ນ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການມາອວຍພອນ ຂອງສະຫາຍທູດ ທີ່ໄດ້ຕາງໜ້າ ສູນກາງພັກແຮງງານເກົາຫຼີ ນໍາເອົາ ໂທລະເລກອວຍພອນ ພ້ອມກະຕ່າດອກໄມ້ອັນສວຍງາມຂອງ ການນຳສູງສຸດຂອງ ພັກ, ລັດ ສປປ ເກົາຫຼີ ມອບຜ່ານ ຄະນະພົວພັນຕ່າງປະເທດສູນກາງພັກ ໄປຍັງ ການນຳສູງສຸດຂອງພັກ, ລັດ ສປປ ລາວ, ເຊິ່ງເປັນການໃຫ້ກໍາລັງໃຈອັນແຮງກ້າຕໍ່ ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໃນໂອກາດຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ, ພ້ອມນັ້ນ ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ສປປ ເກົາຫຼີ ທີ່ຍາມໃດກໍ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປະຈຸບັນ.
ສອງຝ່າຍ ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ ໃນຕະຫຼອດໄລຍະຜ່ານມາ ແລະ ຢືນຢັນຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
23/04/2025 13:17:35
21/04/2025 11:10:58
10/04/2025 15:37:41
10/04/2025 15:18:32
10/04/2025 13:49:28
08/04/2025 15:41:40
08/04/2025 10:11:40
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46