ຄຕພ ປະດັບຫຼຽນກາລະນຶກວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ແລະ ປະດັບຫຼຽນ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ
ເຜີຍແຜ່ໂດຍ: moderator ເວລາ: 21/03/2025 15:37:42 ຈຳນວນຢ້ຽມຊົມ 155 ຄັ້ງ ໃນວັນທີ 21 ພະຈິກ 2025 ນີ້ ທີ່ຫ້ອງປະຊຸມໃຫຍ່ ຄຕພ ໄດ້ຈັດພິທີ ປະດັບຫຼຽນກາລະນຶກວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ແລະ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານ-ລັດຖະກອນ ທີ່ປະຈຳການ ແລະ ອາວຸໂສບຳນານ ເຊິ່ງເປັນປະທານ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ມີຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານອາວຸໂສບຳນານ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ ຈຳນວນ 82 ສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ວາລະໄຊ ເລັ່ງສະຫວັດ, ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການປະດັບຫຼຽນກາລະນຶກສະບັບເລກທີ 449/ຄລສພ, ລົງວັນທີ 14/03/2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປປ ລາວ ໃຫ້ສະມາຊິກພັກ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ ຈຳນວນ 14 ສະຫາຍ ຍິງ 3 ສະຫາຍ; ຜ່ານຂໍ້ຕົກລົງ ສະບັບເລກທີ 95/ຄຈສພ, ລົງວັນທີ 13 ມີນາ 2025 ວ່າດ້ວຍການມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານ-ລັດຖະກອນ ຂະແໜງຈັດຕັ້ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຈຳນວນ 29 ສະຫາຍ ຍິງ 10 ສະຫາຍ. ໃນພິທີໄດ້ເຕັມໄປດ້ວຍບັນຍາກາດທີ່ເຂັ່ງຂຶມ ແລະ ມີຄວາມໝາຍສຳຄັນ ຕໍ່ສະມາຊິກພັກ-ພະນັກງານ ທີ່ໄດ້ປະກອບສ່ວນຕໍ່ພັກ ຕະຫຼອດໄລຍະ 70 ປີຜ່ານມາ.
ໃນວາລະທຳອິດ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດປະດັບ ຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປປ ລາວ ໃຫ້ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.
ວາລະຕໍ່ມາ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກ ປປ ລາວ ໃຫ້ແກ່ພະນັກງານນຳພາຄຸ້ມຄອງ ແລະ ພະນັກງານອາສຸໂສບຳນານ ແລະ ປະດັບຫຼຽນລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານທີ່ເຮັດວຽກງານຈັດຕັ້ງ ຂອງຄະນະພົວພັນຕ່າງປະເທດຕາມລຳດັບ.
23/04/2025 13:17:35
21/04/2025 11:10:58
10/04/2025 15:37:41
10/04/2025 15:18:32
10/04/2025 13:49:28
08/04/2025 15:41:40
08/04/2025 10:11:40
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46