ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ. ກູບາ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
ເຜີຍແຜ່ໂດຍ: moderator ເວລາ: 21/03/2025 15:11:54 ຈຳນວນຢ້ຽມຊົມ 126 ຄັ້ງ ໃນຕອນບ່າຍວັນທີ 21 ມີນາ 2025, ທີ່ ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ການຕ້ອນຮັບ ສະຫາຍ ນ. ເອັກນາ ເວຍ ວາລເດດສ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ກູບາ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).
ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ທ່ານທູດ ກູບາ ໄດ້ສະແດງປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ມີໂອກາດມາຊົມເຊີຍ ແລະ ອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄຕພ ກໍຄື ສະມາຊິກ ພັກ ປປ ລາວ ທຸກຖ້ວນໜ້າທີ່ພວມຮ່ວມກັນຈັດງານສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ. ລັດຖະບານ ແລະ ປະຊາຊົນກູບາ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືອັນດີງາມ ລະຫວ່າງ ສອງປະເທດຂອງພວກເຮົາ ກໍຄື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດກູບາ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມນັ້ນ ທ່ານທູດ ຍັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ ໃນການເປັນຂົວຕໍ່ປະສານສົມທົບກັບບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ນ. ເອັກນາ ເວຍ ວາລເດດສ ທີ່ໄດ້ນໍາເອົາຄໍາຊົມເຊີຍອັນຈົບງາມ ແລະ ຄໍາອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ຮ່ວມອຸດົມການສັງຄົມນິຍົມ ມາສູ່ ຄະນະພັກ-ຄະນະນໍາ ຄຕພ ກໍຄື ສະມາຊິກ ພັກ ປປ ລາວ ແລະ ໄດ້ຕີລາຄາສູງ ຕໍ່ການປະສານສົມທົບ ແລະ ຮ່ວມມືກັນ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ ແລະ ກູບາ ກໍຄື ສະຖານທູດກູບາ ໃນໄລຍະຜ່ານມາ; ໄດ້ແລກປ່ຽນຄໍາຄິດເຫັນກັບ ສະຫາຍທູດກູບາ ກ່ຽວກັບ ທິດທາງການຮ່ວມມື ສອງພັກ, ສອງ ຄຕພ ໃນຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ.
23/04/2025 13:17:35
21/04/2025 11:10:58
10/04/2025 15:37:41
10/04/2025 15:18:32
10/04/2025 13:49:28
08/04/2025 15:41:40
08/04/2025 10:11:40
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46