ຮັກສາການຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຕ້ອນຮັບ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
ເຜີຍແຜ່ໂດຍ: moderator ເວລາ: 20/03/2025 14:22:34 ຈຳນວນຢ້ຽມຊົມ 97 ຄັ້ງ ໃນຕອນເຊົ້າຂອງວັນທີ 20 ມີນາ 2025, ທີ່ ສໍານັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ໃຫ້ການຕ້ອນຮັບ ສະຫາຍ ຫວງຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).
ໃນໂອກາດນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບ ສະຫາຍ ຫວງຽນ ມິງ ເຕີມ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີອັນສະໜິດສະໜົມ, ຄໍາອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ຫວຽດນາມ-ລາວ ມາສູ່ ຄະນະພັກ-ຄະນະນໍາ ກໍຄື ພະນັກງານ ຄະນະພົວພັນຕ່າງປະ ເທດສູນກາງພັກ ປປ ລາວ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ພ້ອມທັງເປັນການທົບທວນຄືນມູນເຊື້ອວັນສ້າງຕັ້ງພັກ ປປ ລາວ ທີ່ມີຕົ້ນກໍາເນີດມາຈາກ ພັກກອມມູນິດອິນດູຈີນ ຄືກັນກັບ ພັກກອມມູນິດຫວຽດນາມ, ເຊິ່ງໃນຕະຫຼອດໄລຍະ 70 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ເຂັ້ມແຂງ, ພັກປະຊາຊົນ ປະຕິວັດລາວ ໄດ້ແບກຫາບພາລະກໍາປະຫວັດສາດ ໃນການນໍາພາການປະຕິວັດລາວ ເຮັດສໍາເລັດ ພາລະກິດປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ, ເຖິງວ່າ ຈະໄດ້ຮັບຜົນກະທົບຈາກ ສະພາບພາກພື້ນ ແລະ ສາກົນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຕ່ ພັກ, ລັດຖະບານລາວ ກໍ່ໄດ້ມີຄວາມພະຍາຍາມສູງໃນການແກ້ໄຂບັນຫາ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າ ນັບມື້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ພ້ອມນັ້ນ, ໄດ້ສະແດງຄວາມຂອບໃຈໄປຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໃນການດໍາເນີນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ; ຕີລາຄາສູງ ຕໍ່ການເຮັດວຽກຢ່າງຫ້າວຫັນຂອງ ສະຫາຍທູດ ແລະ ພະນັກງານສະຖານທູດ ໃນການປະສານສົມທົບ ແລະ ເປັນຂົວຕໍ່ໃນການພົວພັນຮ່ວມມື ໃນຂົງເຂດວຽກງານຕ່າງໆ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ, ດີໃຈເປັນຢ່າງຍິ່ງ ທີ່ໄດ້ມາຊົມເຊີຍ ແລະ ອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ແລະ ໄດ້ສະແດງຄວາມປິຕິຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນ ບັນດາເຜົ່າ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດສາດໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ເຊື່ອໝັ້ນວ່າ ດ້ວຍມູນເຊື້ອອັນພິລະອາດຫານ ແລະ ປີຊາສາມາດຂອງ ພັກ ປປ ລາວ ຈະສາມາດນໍາພາ ປະຊາຊົນລາວ ສືບຕໍ່ຍາດໄດ້ບັນດາຜົນສໍາເລັດ ໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະທ້າຍສະໄໝ ໃຫ້ປະສົບຜົນສໍາເລັດຢ່າງມີໄຊ.
23/04/2025 13:17:35
21/04/2025 11:10:58
10/04/2025 15:37:41
10/04/2025 15:18:32
10/04/2025 13:49:28
08/04/2025 15:41:40
08/04/2025 10:11:40
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46