ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງ ໜ່ວຍພັກກົມການທູດປະຊາຊົນ
ເຜີຍແຜ່ໂດຍ: moderator ເວລາ: 20/03/2025 09:33:59 ຈຳນວນຢ້ຽມຊົມ 115 ຄັ້ງ
ວັນທີ 17 ມີນາ 2025, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ໜ່ວຍພັກກົມການທູດປະຊາຊົນ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ພາຍໃຕ້ການເປັນຄະນະປະທານຮ່ວມ ຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ບຸນຍອງ ບຸດທະວົງ, ເລຂາໜ່ວຍພັກ, ຫົວໜ້າກົມການທູດປະຊາຊົນ. ພ້ອມນັ້ນ, ຍັງມີຜູ້ແທນກອງປະຊຸມໃຫຍ່, ແຂກຖືກເຊີນຈາກບັນດາໜ່ວຍພັກ ອ້ອມຂ້າງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມທັງໝົດ 18 ສະຫາຍ.
ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບຟັງ, ຄົ້ນຄວ້າປະກອບຄໍາຄິດເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາ ຂອງ ໜ່ວຍພັກກົມການທູດປະຊາຊົນ ສະໄໝທີ IV ເຊິ່ງໄດ້ຕີລາຄາຮອບດ້ານ ຢ່າງພາວະວິໄສການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ ແລະ ຍົກໃຫ້ເຫັນຈຸດດີ - ຜົນສໍາເລັດ ເພື່ອຜັນຂະຫຍາຍ, ຈຸດອ່ອນ - ຂໍ້ຄົງຄ້າງ ເພື່ອປັບປຸງ, ບົດຮຽນຖອດຖອນໄດ້ ແລະ ມີວິທີແກ້ໄຂ ເພື່ອຍົກສູງ ຄຸນນະພາບ ແລະ ປະສິດທິພາບ ໃນການຊີ້ນໍາ - ນໍາພາ ໃນຕໍ່ໜ້າ ແລະ ເປັນເອກະພາບສູງຕໍ່ທິດທາງ, ຄາດໝາຍສູ້ຊົນ ໃນໄລຍະ 05 ປີຕໍ່ໜ້າ ( 2025 - 2029 ). ຜົນສໍາເລັດອັນພົ້ນເດັ່ນແມ່ນໄລຍະ 05 ປີ ຜ່ານມາ ໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ ກໍາແໜ້ນແນວທາງຂອງພັກ ແລະ ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ, ຕໍ່ແນວທາງ ການປ່ຽນແປງໃໝ່ທີ່ມີຫຼັກການ ຂອງພັກ, ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ; ສະໜັບສະໜູນ ແລະ ສ້າງເງື່ອນໄຂ ໃຫ້ສະມາຊິກພັກ - ພະນັກງານ ໄດ້ຮັບການຍົກລະດັບທິດສະດີການເມືອງ, ວິຊາສະເພາະ, ພາສາຕ່າງປະເທດ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍສະຫາຍ, ເຊິ່ງໄດ້ປະກອບສ່ວນສໍາຄັນໃຫ້ຖັນແຖວສະມາຊິກພັກ - ພະນັກງານ ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ພ້ອມນັ້ນ, ຍັງເປັນເຈົ້າການປະຕິບັດໜ້າທີ່ການເມືອງເປັນຕົ້ນແມ່ນວຽກງານການທູດປະຊາຊົນ ໃນການເຜີຍແຜ່ແນວທາງ, ມູນເຊື້ອ ແລະ ວັດທະນະທໍາອັນດີງາມ ຂອງ ລາວ ຕໍ່ຕ່າງປະເທດ ພ້ອມທັງຂົນຂວາຍເອົາການຊ່ວຍເຫຼືອຈາກຕ່າງປະເທດ ມາປະກອບສ່ວນສ້າງສາພັດທະນາປະເທດຊາດ. ຜົນງານອັນເດັ່ນອີກອັນໜຶ່ງກໍ່ແມ່ນໄລຍະ 05 ປີ ຜ່ານມາ, ຄະນະໜ່ວຍພັກ ໄດ້ນໍາພາສ້າງໜ່ວຍພັກ ເປັນໜ່ວຍພັກແຂງ, ຮູ້ນໍາພາຮອບດ້ານ 02 ຄັ້ງ ແລະ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 01 ຄັ້ງ, ເຊິ່ງຖືເປັນງານອັນພົ້ນເດັ່ນ ຂອງໜ່ວຍພັກ.
ໃນກອງປະຊຸມ ຜູ້ແທນກອງປະຊຸມໃຫຍ່ ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ 03 ສະຫາຍ ແລະ ເລືອກເອົາ ສະຫາຍ ບຸນຍອງ ບຸດທະວົງ ເປັນເລຂາໜ່ວຍພັກ, ສະຫາຍ ວົງຄຳ ແສນສະທິດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ພູສີ ວົງແພງຄຳ ເປັນກໍາມະການໜ່ວຍພັກ.
ກອງປະຊຸມໃຫຍ່ ໄດ້ຮັບກຽດຢ່າງສູງຮັບຟັງການໂອ້ລົມ ຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງໄດ້ຕີລາຄາສູງຕໍ່ບັນດາຜົນງານ, ຜົນສຳເລັດ ທີ່ໜ່ວຍພັກຍາດມາໄດ້ໃນໄລຍະ 05 ປີຜ່ານມາ ສະແດງເຖິງການປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ. ພ້ອມນັ້ນ, ຍັງໄດ້ໄດ້ຊີ້ນໍາບາງດ້ານທີ່ໜ່ວຍພັກຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ເພື່ອເຮັດໃຫ້ການຊີ້ນໍາ - ນໍາພາ ຂອງ ໜ່ວຍພັກ ມີປະສິດທິພາບ ແລະ ຄຸນນະພາບສູງຂຶ້ນ ຖືເປັນເຂັມຊີ້ທິດ ເຍືອງທາງ ໃຫ້ແກ່ຄະນະໜ່ວຍຊຸດໃໝ່ ນໍາໄປຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງ ໜ່ວຍພັກ ເພື່ອຮັບປະກັນການເປັນເສນາທິການ ແລະ ເຮັດຫຼ້ອນໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍ.
ກອງປະຊຸມໄດ້ດໍາເນີນເປັນເວລາເຄິ່ງວັນ ດ້ວຍບັນຍາກາດທີ່ເຄັ່ງຂຶມ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
23/04/2025 13:17:35
21/04/2025 11:10:58
10/04/2025 15:37:41
10/04/2025 15:18:32
10/04/2025 13:49:28
08/04/2025 15:41:40
08/04/2025 10:11:40
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46