ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສະມາຊິກຊາວໜຸ່ມ ໜ່ວຍຮາກຖານກົມເອີຣົບ-ອາເມຣິກາ, ຄະນະພົວພັນຕ່າງປະເທດສູນກາງພັກ.
ເຜີຍແຜ່ໂດຍ: moderator ເວລາ: 27/06/2024 16:17:22 ຈຳນວນຢ້ຽມຊົມ 1141 ຄັ້ງ ໃນຕອນເຊົ້າຂອງ ວັນທີ 26 ມິຖຸນາ 2024, ໜ່ວຍຊາວໜຸ່ມກົມເອີຣົບ-ອາເມຣິກາ (ອອ), ຄຕພ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ ທີ່ສໍານັກງານ ຄຕພ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນ. ສິຣິພອນ ຄູຫາເທບ, ກໍາມະການຄະນະພັກ, ເລຂາໜ່ວຍພັກກົມ, ຫົວໜ້າກົມເອີຣົບ-ອາເມຣິກາ; ສະຫາຍ ວົງຄຳ ແສນສະທິດ, ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ຄຕພ, ຮອງຫົວໜ້າກົມການທູດປະຊາຊົນ ແລະ ຕາງໜ້າຈາກຄະນະໜ່ວຍຊາວໜຸ່ມຫ້ອງການ-ບັນດາກົມພາຍໃນ ຄຕພ, ຕາງໜ້າໜ່ວຍກໍາມະບານ-ແມ່ຍິງກົມ ອອ ແລະ ຜູ້ແທນກອງປະຊຸມ ກໍຄື ສະມາຊິກຊາວໜຸ່ມກົມ ອອ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຜ່ານ ບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາ ຂອງ ຄະນະໜ່ວຍຊາວໜຸ່ມກົມອອ ສະໄຫມທີ I, ເຊິ່ງໄດ້ຕີລາຄາຜົນສຳເລັດ, ຈຸດດີ-ຈຸດຄົງຄ້າງ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໃນການຊີ້ນຳ-ນຳພາວຽກງານຊາວໜຸ່ມຂອງກົມ ໃນໄລຍະ 05 ປີຜ່ານມາ ແລະ ທິດທາງແຜນການຈຸດສຸມໃນໄລຍະ 05 ປີຕໍ່ໜ້າ.
ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່, ເຊິ່ງປະກອບມີ 03 ສະຫາຍຄື: ສະຫາຍ ຄູນແກ້ວ ດວງນາລີ, ເປັນເລຂາໜ່ວຍ; ສະຫາຍ ທະນູໄຊ ເຫງົ້າວົງສີ, ເປັນຮອງເລຂາ ທັງເປັນປະທານກວດກາໜ່ວຍ ແລະ ສະຫາຍ ນ. ລັດສະດາພອນ ພຸດທະວົງ, ເປັນກໍາມະການໜ່ວຍ.
ກອງປະຊຸມ ຍັງໄດ້ຖືເປັນກຽດຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ນ. ສິຣິພອນ ຄູຫາເທບ, ຄະນະພັກ ຄຕພ, ເລຂາໜ່ວຍພັກກົມ-ຫົວໜ້າກົມ ອອ ແລະ ສະຫາຍ ວົງຄຳ ແສນສະທິດ, ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ຄຕພ, ຮອງຫົວໜ້າກົມການທູດປະຊາຊົນ, ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍຜົນງານທີ່ຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມກົມ ອອ ຍາດມາໄດ້ໃນສະໄໝຜ່ານມາ, ຮຽກຮ້ອງໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ນຳພາສະມາຊິກໃນການເສີມຂະຫຍາຍມູນເຊື້ອ ຜົນສໍາເລັດດັ່ງກ່າວ ແລະ ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງ ໃຫ້ດີຂຶ້ນເທື່ອລະກ້າວ; ໄດ້ເນັ້ນໜັກໃຫ້ສືບຕໍ່ຍົກສູງດ້ານການເມືອງ-ແນວຄິດ ໃຫ້ໜັກແໜ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 04 ບຸກ ຂອງຊາວໜຸ່ມ ແລະ ເນື້ອໃນຂໍ້ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາຂອງກົມ ອອ ກໍຄື ຂອງ ຄຕພ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
16/07/2026 13:12:35
15/07/2026 16:38:47
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
10/04/2025 15:37:41
10/04/2025 15:18:32
29/07/2022 15:17:46
23/04/2025 13:17:35
16/07/2025 16:30:18
30/07/2025 16:01:28
13/06/2023 14:17:31
30/05/2023 10:28:03
27/05/2025 15:03:03
03/06/2025 14:03:36
03/10/2025 15:43:46
24/07/2025 13:53:23



