ພິທີປາຖະກະຖາ ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການພົວພັນທາງການທູດ ລາວ-ກູບາ (4/11/1974-4/11/2024)
ເຜີຍແຜ່ໂດຍ: moderator ເວລາ: 09/05/2024 15:28:09 ຈຳນວນຢ້ຽມຊົມ 1253 ຄັ້ງ ໃນວັນທີ 8 ພຶດສະພາ 2024 ທີ່ຫ້ອງວ່າການແຂວງຫົວພັນ, ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ. ກູບາ ປະຈໍາ ສປປ ລາວ ແລະ ອົງການປົກຄອງແຂວງຫົວພັນ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການພົວພັນທາງການທູດ ລາວ-ກູບາ (4/11/1974-4/11/2024) ໂດຍການໃຫ້ກຽດເຂົ້າຮ່ວມພິທີ ຂອງ ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ; ສະຫາຍ ຄອນປະພັນ ເລືອງສີຈັນທອງ, ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຫົວພັນ; ສະຫາຍ ນາງ ແອນນາ ເອັດເຕວຽງ ວາເດຣ (Enna Esther Viant Valdes), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ. ກູບາ ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີບັນດາສະຫາຍການນໍາຂອງແຂວງ, ຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກູບາ, ສະມາຊິກສະມາຄົມມິດຕະພາບ, ພະນັກງານບັນດາພະແນກ ແລະ ຂະແໜງການອ້ອມຂ້າງແຂວງຫົວພັນ ກໍໃຫ້ກຽດເຂົ້າຮ່ວມຮັບຟັງຈໍານວນ 200 ກວ່າຄົນ.
ໃນພິທີ ສະຫາຍ ນາງ ແອນນາ ເອັດເຕວຽງ ວາເດຣ, ເອກອັກຄະລັດຖະທູດ ແຫ່ງ ສ. ກູບາ ປະຈໍາ ສປປ ລາວ ໄດ້ໃຫ້ກຽດຂຶ້ນກ່າວປາຖະກະຖາ, ເຊິ່ງມີເນື້ອໃນເວົ້າເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫລອດມາ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ຂອງ ສ. ກູບາ ແລະ ບົດບາດຂອງກູບາໃນເວທີສາກົນ ກໍ່ຄືຜົນງານໄຊຊະນະໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກູບາ.
ຜ່ານການຮັບຟັງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນ ເປັນຈິດໜຶ່ງໃຈດຽວຂອງປະຊາຊົນກູບາ ຕໍ່ສູ້ຕ້ານການປິດລ້ອມຍາວນານກວ່າ 6 ທົດສະວັດ ແລະ ເຂົ້າໃຈແຈ້ງ ແລະ ເລິກເຊິ່ງ ເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະການຕໍ່ສູ້ກູ້ຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຊິ່ງຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ສອງຊາດ ກູບາ ແລະ ລາວ.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18


