ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປະກາດພະນັກງານ ອອກພັກຜ່ອນຮັບອຸດໜູນ-ບຳນານ
ເຜີຍແຜ່ໂດຍ: moderator ເວລາ: 26/04/2024 13:49:22 ຈຳນວນຢ້ຽມຊົມ 915 ຄັ້ງ ໃນວັນທີ 26 ເມສາ 2024 ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີປະກາດພະນັກງານຫຼັກແຫ່ຼງຂັ້ນຫົວໜ້າກົມ ເຂົ້າຮັບອຸດໜູນ-ບຳນານ ຕາມກົດໝາຍພະນັກງານ-ລັດຖະກອນ.
ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາ ຄະນະພັກ-ຄະນະນຳ, ຄະນະກົມຕະຫຼອດຮອດພະນັກງານຫຼັກແຫ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ເກີລໍ່ ຢາງກໍ່, ກໍາມະການພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 506/ຄລສພ, ລົງວັນທີ 13/12/2023 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພົມມາ ສິດເສນາ ຫົວໜ້າກົມ, ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສຳເລັດປະຈຳການໃນຕຳແໜ່ງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ອິນໂດເນເຊຍ ແລະ ສປ. ຕີມໍແລັດສະເຕ ເຂົ້າຮັບອຸດໜູນບຳນານ ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.
ໃນຕອນທ້າຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ມີຄຳເຫັນຕໍ່ຜູ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ພະນັກງານທີ່ເຂົ້າຮັບອຸດໜູນ-ບໍານານວ່າ: ການເຂົ້າຮັບບຳນານແມ່ນການປະຕິບັດນະໂຍບາຍຕໍ່ພະນັກງານທີ່ເຮັດການປະຕິວັດສຸດກົກສຸດປາຍ, ມີຜົນງານຕາມເງື່ອນໄຂທີ່ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນວາງອອກ ແລະ ທັງເປັນກຽດອັນສູງສົ່ງ ໝາຍເຖິງການປະກອບສ່ວນສໍາຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 39 ປີຂອງ ສະຫາຍ ພົມມາ ສິດເສນາ. ນັ້ນແມ່ນຄວາມເປັນແບບຢ່າງທີ່ພະນັກງານໜຸ່ມນ້ອຍຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຄວນຖອດຖອນເປັນບົດຮຽນເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານການເມືອງຂອງຕົນໃນສະເພາະໜ້າ ແລະ ຍາວນານ.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18



