ພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 78 ປີ (10/10/1945 – 10/10/2023)
ເຜີຍແຜ່ໂດຍ: editor ເວລາ: 18/01/2024 14:11:57 ຈຳນວນຢ້ຽມຊົມ 809 ຄັ້ງ ວັນທີ 06 ຕຸລາ 2023 ທີ່ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນປະເທດ ແລະ ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 78 ປີ (10/10/1945 – 10/10/2023). ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ ມີ ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ; ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ; ພົນຕີ ສາຍໃຈ ກົມມະສິດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ; ນອກນັ້ນ, ຍັງມີ ການນໍາ, ນາຍພົນທະຫານ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງປ້ອງກັນປະເທດ ແລະ ຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງທັງ ສປປ ເກົາຫຼີ ແລະ ລາວ ຈໍານວນ 300 ກວ່າຄົນ. ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໃຫ້ກຽດຂຶ້ນເລົ່າມູນເຊື້ອເຊິ່ງໄດ້ຍົກໃຫ້ເຫັນເຖິງບົດບາດການນໍາພາຂອງພັກແຮງງານເກົາຫຼີ ໃນໄລຍະຕໍ່ສູ້ກູ້ຊາດອັນມີສະຫາຍ ກິມອິນຊຸງ, ສະຫາຍ ກິມເຈິງອິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ສະຫາຍ ກິມ ເຈິງອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິ ການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ຜູ້ສືບທອດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ ສປປ ເກົາຫຼີ ມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ ແລະ ທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີໄດ້ຮັບການປັບປຸງດີຂືຶ້ນເລື້ອຍໆ. ພ້ອມດຽວກັນນີ້ ຍັງໄດ້ຕີລາຄາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ ແລະ ສປປ ເກົາຫຼີ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ, ປະກອບສ່ວນເຂົ້າໃນພະລາກິດເສີມສ້າງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມືໃນຂົງເຂດ ແລະ ໃນໂລກ. ນອກຈາກຮັບຟັງປາຖະກະຖາ ຜູ້ເຂົ້າຮ່ວມຍັງໄດ້ຊົມການວາງສະແດງຮູບພາບ, ສາຍວີດີໂອ, ສະແດງສິລະປະຂອງ ສປປ ເກົາຫຼີ ແລະ ສິລະປະກອນກອງທັບປະຊາຊົນລາວ ເຮັດໃຫ້ພິທີມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດຄຶກຄື້ນ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສົ່ງສານອວຍພອນປີໃໝ່ລາວ ເຖິງພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ
13/04/2026 16:38:16
ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນເກີ້ມຕູ໊, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ
09/04/2026 18:24:41
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ
09/04/2026 16:19:15
ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
09/04/2026 15:59:55
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ເຂົ້າອວຍພອນປີໃໝ່ລາວ ພສ 2569
08/04/2026 16:13:55
ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ ຜ່ານວິດີໂອທາງໄກ
29/07/2022 15:17:46
ພິທີມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 04 ບຸກ ໃຫ້ແກ່ຄະນະຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ
13/06/2023 14:17:31
ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ເຢຍລະມັນ ເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສະມາ ຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ
30/05/2023 10:28:03
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ອີກໍ ປານຟິນລອບ, ຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ
09/12/2022 14:35:10
ຄະນະພົວພັນຕ່າງປະເທດສູນກາງພັກ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2022
30/03/2023 15:30:06
ສະມາຄົມມິດຕະພາບ ລາວ-ກູບາ ແລະ ສະຖານທູດ ກູບາ ປະຈຳລາວ ວ່າງກະຕ່າດອກໄມ້ ຢູ່ໜ້າຮູບຫລໍ່ເຄິ່ງຄີງຂອງ ທ່ານ ໂຮ່ເຊ ມາກຕິ ວິລະຊົນແຫ່ງຊາດ ກູບາ ເນື່ອງໃນໂອກາດວັນເກີດ ຄົບຮອບ 170 ປີ
02/02/2023 10:46:44
ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022
14/07/2022 14:18:48
ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ຄັ້ງທີ II ຂອງຄະນະພົວພັນຕ່າງປະເທດສູນກາງພັກ.
26/02/2025 15:29:23
ເສີມຂະຫຍາຍການພົວພັນລະຫວ່າງ ພັກ ປປ ລາວ ກັບບັນດາພັກການເມືອງໃນ ສ.ຣັດເຊຍ
04/04/2023 15:42:25
ຄະນະຜູ້ແທນສະມາຄົມແລກປ່ຽນສາກົນແຫ່ງ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
10/04/2025 15:18:32
ກອງປະຊຸມໃຫຍ່ ສະມາຊິກສະຫະພັນກຳມະບານ ຄຕພ ຄັ້ງທີ II
03/02/2025 08:56:07



