ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄປຢ້ຽມຊົມຫໍພິພິທະພັນ ກອງທັບປະຊາຊົນລາວ
ເຜີຍແຜ່ໂດຍ: editor ເວລາ: 17/01/2024 14:00:52 ຈຳນວນຢ້ຽມຊົມ 452 ຄັ້ງ ໃນຕອນເຊົ້າ ຂອງວັນທີ 17 ມັງກອນ 2024, ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື 3 ອົງການຈັດຕັ້ງມະຫາຊົນ ຄຕພ (ຊາວໜຸ່ມ, ກໍາມະບານ ແລະ ແມ່ຍິງ) ນໍາໂດຍ ສະຫາຍ ວົງຄໍາ ແສນສະທິດ, ຮອງຫົວໜ້າກົມການທູດປະຊາຊົນ, ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມຫໍພິພິທະພັນກອງທັບປະຊາຊົນລາວ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ເວົ້າລວມເວົ້າສະເພາະ ກໍຄື ວັນຄ້າຍວັນເກີດ ທ່ານ ຄໍາໄຕ ສີພັນດອນ, ອະດີດປະທານພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຄົບຮອບ 100 ປີ (08/02/1924-08/02/2024) ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/01/1949-20/01/2024) ທີ່ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ ແລະ ເປັນຂະບວນການຢ່າງຟົດຟື້ນ ແລະ ກວ້າງຂວາງ, ທັງເປັນການຫວນຄືນມູນເຊື້ອການເຄື່ອນໄຫວປະຕິວັດຂອງ ບັນດາຜູ້ນໍາການປະຕິວັດ, ວິລະກໍາອັນໂດດເດັ່ນ ແລະ ຄວາມເດັດດ່ຽວບໍ່ຍອມຈໍານົນຂອງບັນດາອະດີດທ່ານຜູ້ນໍາ ໃນຂະບວນການປະຕິວັດຊາດ ຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່. ໃນການຢ້ຽມຊົມຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍກ່ຽວກັບວິລະກໍາການຕໍ່ສູ້ກູ້ຊາດຂອງການນໍາພັກ-ລັດ, ປະຫວັດການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເຊິ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ແຈ້ງ ແລະ ເຂົ້າໃຈເລິກເຊິ່ງກວ່າເກົ່າຕໍ່ເຫດການໃນການຕໍ່ສູ້ທີ່ສໍາຄັນທາງດ້ານການເມືອງ ແລະ ການທະຫານ ໃນແຕ່ລະໄລຍະ ທັງເປັນການຮຽນຮູ້, ປຸກຈິດສໍານຶກ, ຍົກສູງສະຕິຕໍ່ຊາດ ແລະ ການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບຮູ້ເຖິງປະຫວັດອັນພິລະອາດຫານ ແລະ ເຊື່ອມຊຶມບົດຮຽນທາງປະຫວັດສາດ ຮັກບ້ານເກີດເມືອງນອນ ແລະ ນໍາເອົາບົດຮຽນທາງປະຫວັດສາດ ມາໝູນໃຊ້ເຂົ້າໃນໜ້າວຽກງານການເມືອງຕົວຈິງຂອງຕົນ ໃຫ້ມີຜົນສໍາເລັດ.
ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ
23/07/2024 16:05:01
ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ
23/07/2024 10:46:37
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
22/07/2024 15:40:39
ກອງປະຊຸມທົ່ວປະເທດຄັ້ງທີ III ຂອງ ສະມາຄົມມິດຕະພາບ ລາວ-ຫວຽດນາມ
19/07/2024 20:04:36
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມ “ສະໂມສອນເພື່ອນຣັດເຊຍ” ຜ່ານຮູບແບບວີດີໂອທາງໄກ.
19/07/2024 15:34:01
ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ ຜ່ານວິດີໂອທາງໄກ
29/07/2022 15:17:46
ຄະນະຜູ້ແທນພັກເສລີປະຊາທິປະໄຕຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
12/07/2023 14:43:30
ພິທີມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 04 ບຸກ ໃຫ້ແກ່ຄະນະຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ
13/06/2023 14:17:31
ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ເຢຍລະມັນ ເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສະມາ ຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ
30/05/2023 10:28:03
ຄະນະພົວພັນຕ່າງປະເທດສູນກາງພັກ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2022
30/03/2023 15:30:06
ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022
14/07/2022 14:18:48
ເສີມຂະຫຍາຍການພົວພັນລະຫວ່າງ ພັກ ປປ ລາວ ກັບບັນດາພັກການເມືອງໃນ ສ.ຣັດເຊຍ
04/04/2023 15:42:25
ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ພົບປະທາງໄກ ກັບສະຫາຍເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສ.ກູບາ
14/07/2022 15:49:10
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ສະຫາຍ ເຮຣາໂດ ເປຍາເວ ປອດຕານ, ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດກູບາ
05/09/2022 15:20:13
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງເອກອັກຄະລັດຖະທູດສ.ກູບາ ຄົນໃໝ່
09/05/2022 10:06:28
ຫົວໜ້າ ຄຕພ ຕີລາຄາສູງຕໍ່ການຮ່ວມມືຮອບດ້ານ ລາວ-ຫວຽດນາມ
24/05/2022 08:54:20