ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄປຢ້ຽມຊົມຫໍພິພິທະພັນ ກອງທັບປະຊາຊົນລາວ
ເຜີຍແຜ່ໂດຍ: editor ເວລາ: 17/01/2024 14:00:52 ຈຳນວນຢ້ຽມຊົມ 1159 ຄັ້ງ ໃນຕອນເຊົ້າ ຂອງວັນທີ 17 ມັງກອນ 2024, ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື 3 ອົງການຈັດຕັ້ງມະຫາຊົນ ຄຕພ (ຊາວໜຸ່ມ, ກໍາມະບານ ແລະ ແມ່ຍິງ) ນໍາໂດຍ ສະຫາຍ ວົງຄໍາ ແສນສະທິດ, ຮອງຫົວໜ້າກົມການທູດປະຊາຊົນ, ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມຫໍພິພິທະພັນກອງທັບປະຊາຊົນລາວ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ເວົ້າລວມເວົ້າສະເພາະ ກໍຄື ວັນຄ້າຍວັນເກີດ ທ່ານ ຄໍາໄຕ ສີພັນດອນ, ອະດີດປະທານພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຄົບຮອບ 100 ປີ (08/02/1924-08/02/2024) ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/01/1949-20/01/2024) ທີ່ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ ແລະ ເປັນຂະບວນການຢ່າງຟົດຟື້ນ ແລະ ກວ້າງຂວາງ, ທັງເປັນການຫວນຄືນມູນເຊື້ອການເຄື່ອນໄຫວປະຕິວັດຂອງ ບັນດາຜູ້ນໍາການປະຕິວັດ, ວິລະກໍາອັນໂດດເດັ່ນ ແລະ ຄວາມເດັດດ່ຽວບໍ່ຍອມຈໍານົນຂອງບັນດາອະດີດທ່ານຜູ້ນໍາ ໃນຂະບວນການປະຕິວັດຊາດ ຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່. ໃນການຢ້ຽມຊົມຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍກ່ຽວກັບວິລະກໍາການຕໍ່ສູ້ກູ້ຊາດຂອງການນໍາພັກ-ລັດ, ປະຫວັດການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເຊິ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ແຈ້ງ ແລະ ເຂົ້າໃຈເລິກເຊິ່ງກວ່າເກົ່າຕໍ່ເຫດການໃນການຕໍ່ສູ້ທີ່ສໍາຄັນທາງດ້ານການເມືອງ ແລະ ການທະຫານ ໃນແຕ່ລະໄລຍະ ທັງເປັນການຮຽນຮູ້, ປຸກຈິດສໍານຶກ, ຍົກສູງສະຕິຕໍ່ຊາດ ແລະ ການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບຮູ້ເຖິງປະຫວັດອັນພິລະອາດຫານ ແລະ ເຊື່ອມຊຶມບົດຮຽນທາງປະຫວັດສາດ ຮັກບ້ານເກີດເມືອງນອນ ແລະ ນໍາເອົາບົດຮຽນທາງປະຫວັດສາດ ມາໝູນໃຊ້ເຂົ້າໃນໜ້າວຽກງານການເມືອງຕົວຈິງຂອງຕົນ ໃຫ້ມີຜົນສໍາເລັດ.
ປາຖະກະຖາ ວັນຢຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975, ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ພິທີປະກາດການຈັດຕັ້ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ
18/09/2025 14:09:50
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງບັນດາ ເອກອັກຄະລັດຖະທູດຕ່າງປະເທດ ປະຈຳ ສປປ ລາວ
16/09/2025 10:55:18
ອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III
09/09/2025 16:09:12
ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ ຜ່ານວິດີໂອທາງໄກ
29/07/2022 15:17:46
ພິທີມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 04 ບຸກ ໃຫ້ແກ່ຄະນະຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ
13/06/2023 14:17:31
ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ເຢຍລະມັນ ເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສະມາ ຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ
30/05/2023 10:28:03
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ອີກໍ ປານຟິນລອບ, ຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ
09/12/2022 14:35:10
ຄະນະພົວພັນຕ່າງປະເທດສູນກາງພັກ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2022
30/03/2023 15:30:06
ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022
14/07/2022 14:18:48
ສະມາຄົມມິດຕະພາບ ລາວ-ກູບາ ແລະ ສະຖານທູດ ກູບາ ປະຈຳລາວ ວ່າງກະຕ່າດອກໄມ້ ຢູ່ໜ້າຮູບຫລໍ່ເຄິ່ງຄີງຂອງ ທ່ານ ໂຮ່ເຊ ມາກຕິ ວິລະຊົນແຫ່ງຊາດ ກູບາ ເນື່ອງໃນໂອກາດວັນເກີດ ຄົບຮອບ 170 ປີ
02/02/2023 10:46:44
ເສີມຂະຫຍາຍການພົວພັນລະຫວ່າງ ພັກ ປປ ລາວ ກັບບັນດາພັກການເມືອງໃນ ສ.ຣັດເຊຍ
04/04/2023 15:42:25
ຄະນະຜູ້ແທນພັກເສລີປະຊາທິປະໄຕຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
12/07/2023 14:43:30
ຫົວໜ້າ ຄຕພ ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ
17/11/2022 14:37:24