ຮອງຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: editor ເວລາ: 16/01/2024 14:01:09 ຈຳນວນຢ້ຽມຊົມ 582 ຄັ້ງ ໃນວັນທີ 16 ມັງກອນ 2024, ທ່ານ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊູເດສ ມາເນຍ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບມອບໝາຍໜ້າທີ່ອັນສໍາຄັນໃຫ້ດໍາລົງ ຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ, ເຊື່ອໝັ້ນວ່າ ໃນໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ທ່ານທູດຈະສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສິງກະໂປ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີໝາກຜົນຕົວຈິງ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນ 2 ຊາດ ລາວ-ສິງກະໂປ ໃຫ້ຫຼາຍຂຶ້ນ. ທ່ານ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕີລາຄາສູງ ສາຍພົວພັນມິດຕະພາບ ລາວ-ສິງກະໂປ ໃນຜ່ານມາ ກໍຄື ປັດຈຸບັນ, ເຊິ່ງນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 2 ທັນວາ 1974 ເປັນຕົ້ນມາ, ການພົວພັນລະຫວ່າງ ລາວ-ສິງກະໂປ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີການໄປມາຫາສູ່ກັນ ລະຫວ່າງ ການນໍາຂັ້ນສູງ, ມີການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະ ໃນຂອບອາຊຽນ, ມີການແລກປ່ຽນຈົດໝາຍຊົມເຊີຍກັນ ໃນໂອກາດວັນສໍາຄັນຕ່າງໆຂອງສອງປະເທດ, ອັນໄດ້ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງການພົວພັນຮ່ວມມືສອງຝ່າຍ ໃນຕະຫຼອດໄລຍະຜ່ານມາ. ໃນການພົບປະດັ່ງກ່າວ, ທ່ານ ຊູເດສ ມາເນຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັັນອົບອຸ່ນ, ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສິງກະໂປ-ລາວ ຕະຫຼອດໄລຍະຜ່ານມາ ແລະ ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ສົ່ງເສີມສາຍພົວພັນຮ່ວມມື ລະຫວ່າງ 2 ປະເທດ ໃຫ້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ສິງກະໂປ-ລາວ; ຍິນດີສືບຕໍ່ເປັນຂົວຕໍ່ປະສານງານທີ່ດີໃນການຊຸກຍູ້ ການພົວພັນຮ່ວມມືດ້ານພັກ ກໍ່ຄື ການທູດປະຊາຊົນ ລະຫວ່າງ ສອງປະເທດ ເພື່ອສ້າງຄວາມສາມັກຄີມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດ ສິງກະໂປ-ລາວ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື 2 ປະເທດ ສິງກະໂປ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ສິງກະໂປ ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ຣັດເຊຍ
18/11/2025 10:41:21
ສະມາຄົມມິດຕະພາບ ລາວ - ມຽນມາ, ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ - ລາວ ນຳໂດຍ ທ່ານ ພົນຈັດຕະວາ ວິນ ມອງ (Win Maung), ປະທານສະມາຄົມມິດຕະພາບ ມຽນມາ - ລາວ
17/11/2025 11:14:31
ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວ
06/11/2025 14:55:21
ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວ
05/11/2025 14:42:26
ສະມາຄົມມິດຕະພາບ ລາວ - ຣັດເຊຍ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ - ລາວ. ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
03/11/2025 15:06:22
“ຄະນະຜູ້ແທນ ຄະນະພັກກອມມູນິດຈີນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ຢ້ຽມຢາມ ແລະ ປາຖະກະຖາ ຢູ່ ສປປ ລາວ”
03/11/2025 14:38:16
ຫົວໜ້າ ຄຕພ ຕ້ອນຮັບບັນດາທູດແຕ່ງຕັ້ງ ທີ່ຈະໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ
28/10/2025 16:10:41
ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ ຜ່ານວິດີໂອທາງໄກ
29/07/2022 15:17:46
ພິທີມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 04 ບຸກ ໃຫ້ແກ່ຄະນະຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ
13/06/2023 14:17:31
ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ເຢຍລະມັນ ເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສະມາ ຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ
30/05/2023 10:28:03
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ອີກໍ ປານຟິນລອບ, ຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ
09/12/2022 14:35:10
ຄະນະພົວພັນຕ່າງປະເທດສູນກາງພັກ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2022
30/03/2023 15:30:06
ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022
14/07/2022 14:18:48
ສະມາຄົມມິດຕະພາບ ລາວ-ກູບາ ແລະ ສະຖານທູດ ກູບາ ປະຈຳລາວ ວ່າງກະຕ່າດອກໄມ້ ຢູ່ໜ້າຮູບຫລໍ່ເຄິ່ງຄີງຂອງ ທ່ານ ໂຮ່ເຊ ມາກຕິ ວິລະຊົນແຫ່ງຊາດ ກູບາ ເນື່ອງໃນໂອກາດວັນເກີດ ຄົບຮອບ 170 ປີ
02/02/2023 10:46:44
ເສີມຂະຫຍາຍການພົວພັນລະຫວ່າງ ພັກ ປປ ລາວ ກັບບັນດາພັກການເມືອງໃນ ສ.ຣັດເຊຍ
04/04/2023 15:42:25
ຫົວໜ້າ ຄຕພ ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ
17/11/2022 14:37:24
ຄະນະຜູ້ແທນພັກເສລີປະຊາທິປະໄຕຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
12/07/2023 14:43:30


