ຄະນະຜູ້ແທນຂັ້ນສູງ ຂອງ ພັກກອມມູນິດຈີນ ຢ້ຽມຢາມ ສປປ ລາວ
ເຜີຍແຜ່ໂດຍ: editor ເວລາ: 15/01/2024 15:10:28 ຈຳນວນຢ້ຽມຊົມ 356 ຄັ້ງ ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈໍາປີ 2023, ຄະນະຜູ້ແທນຂັ້ນສູງ ຂອງ ພັກກອມມູນິດຈີນ ນໍາໂດຍ ສະຫາຍ ຫຼີ ຊຸເຫຼີຍ, ກຳມະການກົມເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ລະຫວ່າງ ສອງພັກ ລາວ-ຈີນ ຄັ້ງທີ 11 ແຕ່ວັນທີ 9-10 ມັງກອນ 2024. ໃນຕອນເຊົ້າວັນທີ 10 ມັງກອນ 2024, ສະຫາຍ ຫຼີ ຊູເຫຼີຍ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ 11 ຂອງ ສະຫາຍ ຫຼີ ຊູເຫຼີຍ ພ້ອມຄະນະ ໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍ່ຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ນັບມື້ແຕກດອກອອກຜົນ, ດ້ວຍມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ; ສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົວພັນຮ່ວມມື ລະຫວ່າງ ຂະແຫນງການໂຄສະນາອົບຮົມຂອງ 2 ພັກ ລາວ-ຈີນ ໃນໄລຍະຜ່ານມາ ແລະ ໄດ້ຊີ້ນຳໃຫ້ສອງອົງການ ສືບຕໍ່ຮັດແຫນ້ນການພົວພັນຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນ ໃນຕໍ່ຫນ້າ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສຸງ ຕໍ່ ການຈັດກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຈີນ ທີ່ເປັນໂອກາດອັນດີໃຫ້ສອງຝ່າຍ ໃນການແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກໍາ ເຊິ່ງກັນແລະກັນ ໃນການເພີ່ມທະວີການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນຂະບວນການກໍ່ສ້າງຫັນເປັນທັນສະໄໝ ເພື່ອເສີມຂະຫຍາຍຄັງສາງທິດສະດີຂອງສອງພັກ ໃນການສ້າງສາພັດທະນາປະເທດສູ່ຈຸດໝາຍສັງຄົມນິຍົມ ຢູ່ສອງປະເທດ ລາວ-ຈີນ. ສະຫາຍ ຫຼີ ຊູເຫຼີຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະຫນິດສະຫນົມຂອງ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ຕີລາຄາສູງ ຕໍ່ຜົນສໍາເລັດ ທີ່ປະຊາຊົນລາວ ຍາດມາໄດ້ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ, ຕີລາຄາສູງຜົນການພົບປະ ລະຫວ່າງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນເດືອນຕຸລາ 2023 ຜ່ານມາ ທີ່ໄດ້ມີຫມາກຜົນອັນອຸດົມສົມບູນ, ລວມທັງການລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028), ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງການນໍາຂັ້ນສູງສຸດຂອງ 2 ພັກ ລາວ-ຈີນ ທີ່ໄດ້ເປັນເອກະພາບກັນນັ້ນ ຈະເປັນທິດທີ່ໜັກແໜ້ນແກ່ການເສີມຂະຫຍາຍການພົວພັນຮ່ວມມື ລາວ-ຈີນ ທີ່ເປັນມູນເຊື້ອ ໃຫ້ນັບມື້ມີປະສິດທິຜົນ, ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ. ໃນຕອນບ່າຍຂອງວັນທີ 9 ມັງກອນ 2024, ສະຫາຍ ສຈ.ປອ. ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫຼີ ຊູເຫຼີຍ ພ້ອມດ້ວຍຄະນະ, ເຊິ່ງ ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບພົ້ນເດັ່ນພາຍໃນຂອງແຕ່ລະຝ່າຍ, ຕີລາຄາສູງຕໍ່ການພົວພັນຮ່ວມມື ສອງພັກ, ສອງລັດ ໃນຕະຫຼອດໄລຍະທີ່ຜ່ານມາ, ສອງຝ່າຍ ໄດ້ພ້ອມກັນເຂົ້າຮ່ວມເປັນປະທານ ກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຈີນ ຄັ້ງທີ 11 ທີ່ ພັກປະຊາຊົນປະຕິວັດລາວ ເປັນເຈົ້າພາບຈັດຂຶ້ນ ພາຍໃຕ້ຫົວຂໍ້ “ບົດຮຽນ ແລະ ພຶດຕິກຳ ໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນຂະບວນການກໍ່ສ້າງຫັນເປັນທັນສະໄໝ”, ເຊິ່ງໄດ້ມີການນໍາຂັ້ນສູງ, ນັກຄົ້ນຄວ້າ, ນັກວິທະຍາສາດ ຂອງ 2 ພັກ ລາວ-ຈີນ ເຂົ້າຮ່ວມ ແລະ ໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ. ກອງປະຊຸມ ໄດ້ດຳເນີນໄປເປັນເວລາ 2 ວັນ ແລະ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນເຊົ້າຂອງວັນທີ 10 ມັງກອນ 2024. ໃນຕອນເຊົ້າ ຂອງວັນທີ 09 ມັງກອນ 2024, ສະຫາຍ ປອ. ຄໍາພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ປປ ລາວ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ຫຼີ ຊູເຫຼີຍ ພ້ອມດ້ວຍຄະນະ, ເຊິ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ເອກະພາບກັນຢ່າງກວ້າງຂວາງ ໃນການເພີ່ມທະວີການພົວພັນຮ່ວມມື 2 ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຈີນ ໃນຕໍ່ໜ້າ ຕາມເນື້ອໃນຈິດໃຈທີ່ການນໍາຂັ້ນສູງ ຂອງ 2 ພັກ ໄດ້ຕົກລົງເປັນເອກະພາບກັນ, ສອງຝ່າຍ ຍິນດີສືບຕໍ່ຮັດແໜ້ນການພົວພັນຮ່ວມມື, ແລກປ່ຽນບົດຮຽນ ແລະ ໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ລາວ-ຈີນ ໃຫ້ງອກງາມຍິ່ງຂຶ້ນ.
ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ
23/07/2024 16:05:01
ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ
23/07/2024 10:46:37
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
22/07/2024 15:40:39
ກອງປະຊຸມທົ່ວປະເທດຄັ້ງທີ III ຂອງ ສະມາຄົມມິດຕະພາບ ລາວ-ຫວຽດນາມ
19/07/2024 20:04:36
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມ “ສະໂມສອນເພື່ອນຣັດເຊຍ” ຜ່ານຮູບແບບວີດີໂອທາງໄກ.
19/07/2024 15:34:01
ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ ຜ່ານວິດີໂອທາງໄກ
29/07/2022 15:17:46
ຄະນະຜູ້ແທນພັກເສລີປະຊາທິປະໄຕຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
12/07/2023 14:43:30
ພິທີມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 04 ບຸກ ໃຫ້ແກ່ຄະນະຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ
13/06/2023 14:17:31
ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ເຢຍລະມັນ ເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສະມາ ຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ
30/05/2023 10:28:03
ຄະນະພົວພັນຕ່າງປະເທດສູນກາງພັກ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2022
30/03/2023 15:30:06
ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022
14/07/2022 14:18:48
ເສີມຂະຫຍາຍການພົວພັນລະຫວ່າງ ພັກ ປປ ລາວ ກັບບັນດາພັກການເມືອງໃນ ສ.ຣັດເຊຍ
04/04/2023 15:42:25
ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ພົບປະທາງໄກ ກັບສະຫາຍເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສ.ກູບາ
14/07/2022 15:49:10
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ສະຫາຍ ເຮຣາໂດ ເປຍາເວ ປອດຕານ, ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດກູບາ
05/09/2022 15:20:13
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງເອກອັກຄະລັດຖະທູດສ.ກູບາ ຄົນໃໝ່
09/05/2022 10:06:28
ຫົວໜ້າ ຄຕພ ຕີລາຄາສູງຕໍ່ການຮ່ວມມືຮອບດ້ານ ລາວ-ຫວຽດນາມ
24/05/2022 08:54:20