ຄະນະຜູ້ແທນພັກ ປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມພິເສດຂອງບັນດາພັກການເມືອງໃນອາຊີ ຢູ່ນະຄອນຫຼວງບາກູ, ປະເທດອາແຊກໄບຊານ ໃນລະຫວ່າງວັນທີ 20-22 ພະຈິກ 2022
ເຜີຍແຜ່ໂດຍ: editor ເວລາ: 28/11/2022 15:06:41 ຈຳນວນຢ້ຽມຊົມ 1031 ຄັ້ງ ໃນໝໍ່ໆມານີ້, ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມພິເສດຂອງບັນດາພັກການເມືອງໃນອາຊີ ກ່ຽວກັບ “ຄວາມໝັ້ນຄົງ ແລະ ການຮ່ວມມື: ບົດບາດຂອງບັນດາພັກການເມືອງ” ທີ່ນະຄອນຫຼວງບາກູ, ສະທາລະນະລັດອາແຊກໄບຊານ ໃນລະຫວ່າງວັນທີ 20-22 ພະຈິກ 2022 ໂດຍການເປັນເຈົ້າພາບຂອງ ພັກອາແຊກໄບຊານໃໝ່ (YAP) ເປັນພັກກຳອຳນາດຂອງ ອາແຊກໄບຊານ, ເຊິ່ງມີຜູ້ແທນຈາກ 13 ພັກການເມືອງ ຈາກ 11 ປະເທດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ບັນຍາກາດແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງພັກອາແຊກໄບຊານໃໝ່ ຄົບຮອບ 30 ປີ. ໂດຍມີພັກການເມືອງຕ່າງປະເທດໄດ້ປະກອບຄຳເຫັນຊົມເຊີຍວັນຄົບຮອບຂອງພັກອາແຊກໄບຊານໃໝ່ດັ່ງກ່າວ, ໃນນັ້ນຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ຂື້ນປະກອບຄຳເຫັນ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການສ້າງຕັ້ງພັກອາແຊກໄບຊານໃໝ່ ຄົບຮອບ 30 ປີ ກໍ່ຄືການເປັນເຈົ້າພາບກອງປະຊຸມຄັ້ງນີ້, ທັງຍົກໃຫ້ເຫັນບົດບາດຂອງບັນດາພັກການເມືອງທີ່ຕ້ອງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນຕໍ່ພາ ລະກິດລວມຂອງປະເທດຊາດ; ກຳນົດແນວທາງນະໂຍບາຍໃນການພັດທະນາປະເທດ ແລະ ສົ່ງເສີມການຮ່ວມມືກັບສາກົນໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ; ຍົກໃຫ້ເຫັນຄວາມສຳຄັນຂອງກອງປະຊຸມຄັ້ງນີ້ ເຊິ່ງເປັນເວທີສຳຄັນແຫ່ງການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ພັກການເມືອງພາກພື້ນຕ່າງໆ ໃນຖານະເປັນກຳລັງການເມືອງທີ່ມີຄວາມຮັບຜິດຊອບ ເພື່ອພ້ອມກັນນຳເອົາການພົວພັນຮ່ວມມືຂື້ນສູ່ລະດັບສູງກວ່າເກົ່າ ດ້ວຍກົນໄກທີ່ເໝາະສົມ ແລະ ເນື້ອໃນອຸດົມສົມບູນຍິ່ງໆຂື້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ເປັນພື້ນຖານ ແລະ ກວມລວມຂອງຍຸກສະໄໝ; ທັງປະກອບສ່ວນເສີມຂະຫຍາຍການພົວພັນດ້ານລັດ ກໍ່ຄື ການເສີມສ້າງຄວາມໝັ້ນຄົງ ແລະ ສັນຕິພາບ ທີ່ຍືນຍົງ.
ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ບັນດາຜູ້ແທນກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາຖະແຫຼງການບາກູ ໂດຍໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການໃຊ້ທ່າແຮງຂອງບັນດາພັກການເມືອງ ໃນຖານະອົງປະກອບສຳຄັນໃນການຊຸກຍູ້ກົນໄກການສົ່ງເສີມສັນຕິພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ສາກົນ ໃຫ້ມີປະສິດທິຜົນຍິ່ງຂື້ນ.
ໃນໂອກາດເຂົ້າຮ່ວມກອງປະຊຸມພິເສດດັ່ງກ່າວ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ຍັງໄດ້ຮັບກຽດຂື້ນອ່ານສານອວຍພອນຂອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງເຖິງປະທານພັກອາແຊກໄບຊານໃໝ່ ເນື່ອງໃນໂອກາດວັນສ້າງຕັ້ງພັກຄົບຮອບ 30 ປີ.
16/07/2026 13:12:35
15/07/2026 16:38:47
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
10/04/2025 15:37:41
10/04/2025 15:18:32
29/07/2022 15:17:46
23/04/2025 13:17:35
16/07/2025 16:30:18
30/07/2025 16:01:28
13/06/2023 14:17:31
30/05/2023 10:28:03
27/05/2025 15:03:03
03/06/2025 14:03:36
03/10/2025 15:43:46
24/07/2025 13:53:23

