ສະມາຄົມມິດຕະພາບລາວ-ຮົງກາລີ ຈັດພິທີສະຫຼູບຜົນງານການເຄື່ອນໄຫວແຕ່ປີ 2016-2021 ແລະ ວາງທິດທາງວຽກງານໃນຊຸມປີຕໍ່ໜ້າ
ເຜີຍແຜ່ໂດຍ: admin ເວລາ: 24/05/2022 10:05:41 ຈຳນວນຢ້ຽມຊົມ 1183 ຄັ້ງ ໃນວັນທີ 11 ມີນາ 2022 ຜ່ານມາ, ທີ່ພັດທະຄານແມ່ຂອງ ສະມາຄົມມິດຕະພາບລາວ-ຮົງກາລີ ໄດ້ຈັດພິທີສະຫຼູບຜົນງານການເຄື່ອນໄຫວແຕ່ປີ 2016-2021 ແລະວາງທິດທາງວຽກງານໃນຊຸມປີຕໍ່ໜ້າ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ພວງປາຣີສັກ ປຣະວົງວຽງຄໍາ ປະທານສະມາຄົມຜູ້ເກົ່າ ແລະ ທ່ານ ສີທົງ ຈິດໂຍທິນ, ປະທານສະມາຄົມຜູ້ໃຫມ່ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ ລາສະໂລ ວາຣໍດີ(Varádi László) ປະທານສະມາຄົມມິດຕະພາບຮົງກາລີ-ລາວ ແລະ ທ່ານ ຕໍກາສ ລາສະໂລ (Takács László) ອຸປະທູດຮົງກາລີ ປະຈໍາ ສປປລາວ ແລະ ຕາງໜ້າກົມກ່ຽວຂ້ອງຂອງຄະນະພົວພັນຕ່າງປະເທດສູນກາງພັກ ຕາມຄໍາເຊີນຂອງ ສະມາຄົມມິດຕະພາບ ລາວ-ຮົງກາລີ.
ພາຍຫຼັງຄະນະຈັດຕັ້ງພິທີກ່າວຈຸດປະສົງແລ້ວ ທ່ານ ປອ ພວງປາຣີສັກ ປຣະວົງວຽງຄໍາ ປະທານສະມາຄົມຜູ້ເກົ່າ ກໍໄດ້ຂຶ້ນຜ່ານບົດສະຫຼູບຜົນງານການເຄື່ອນໄຫວແຕ່ປີ 2016-2021 ແລະວາງທິດທາງວຽກງານໃນຊຸມປີຕໍ່ໜ້າ ໂດຍຍົກໃຫ້ເຫັນເຖິງຄວາມສາມັກຄີເປັນເອກກະພາບຂອງຄະນະບໍລິຫານງານສະມາຄົມມິດຕະພາບລາວ-ຮົງກາລີ ທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງ ນຳພາ-ຊີ້ນຳ ການເຄື່ອນໄຫວວຽກງານການທູດປະຊາຊົນ ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະການເຄື່ອນໄຫວສ້າງກິດຈະກຳຕ່າງໆ ເພື່ອສະໜັບສະໜູນ ແລະສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ເປັນຕົ້ນແມ່ນດ້ານການສຶກສາ, ວັດທະນະທຳ-ສັງຄົມ, ກະສິກໍາ-ປ່າໄມ້, ເສດຖະກິດ-ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກນິກ, ດ້ານການກຸສົນ ແລະ ໄດ້ຍາດແຍ່ງເອົາການຊ່ວຍເຫຼືອຈາກ ປະເທດຮົງກາລີ ຈຳນວນໜຶ່ງມາຊ່ວຍ ສປປ ລາວ ຊຶ່ງ ຄະນະບໍລິຫານງານສະມາຄົມມິດຕະພາບຂອງລາວ-ຮົງກາລີ ຊຸດໃໝ່ ພ້ອມດ້ວຍບັນດາສະມາຊິກ ຈະໄດ້ສືບຕໍ່ປະຕິບັດໜັາທີ່ສໍາຄັນ ແລະ ມີກຽດນີ້ ເພື່ອນໍາພາການເຄື່ອນໄຫວວຽກງານການທູດປະຊາຊົນຢ່າງຫ້າວຫັນ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ ເພື່ອປະກອບສ່ວນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມື ລະຫວ່າງ ປະຊາຊົນສອງຊາດ ລາວ ກັບ ຮົງກາລີໃຫ້ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມແນໃສ່ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ.
16/07/2026 13:12:35
15/07/2026 16:38:47
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
10/04/2025 15:37:41
10/04/2025 15:18:32
29/07/2022 15:17:46
23/04/2025 13:17:35
16/07/2025 16:30:18
30/07/2025 16:01:28
13/06/2023 14:17:31
30/05/2023 10:28:03
27/05/2025 15:03:03
03/06/2025 14:03:36
03/10/2025 15:43:46
24/07/2025 13:53:23


