ຄະນະຈັດຕັ້ງສູນກາງພັກ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື
ເຜີຍແຜ່ໂດຍ: admin ເວລາ: 11/03/2022 15:57:46 ຈຳນວນຢ້ຽມຊົມ 934 ຄັ້ງ ຄະນະຈັດຕັ້ງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ຈັດພິທີພົບປະຜ່ານລະບົບທາງໄກ ໃນວັນທີ 4 ມັງກອນ 2022 ນີ້ ຊຶ່ງຝ່າຍລາວນຳໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ປປ ລາວ ພ້ອມດ້ວຍຄະນະ; ຝ່າຍຫວຽດນາມນຳໂດຍ ສະຫາຍ ນາງ ເຈືອງ ທິ ມາຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ.
ໃນການພົບປະທາງໄກຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນໃຫ້ກັນຊາບ, ພ້ອມທັງທົບທວນຄືນການພົວພັນຮ່ວມມືການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳຄັ້ງຜ່ານມາ ແລະ ແລກປ່ຽນບົດຮຽນວິຊາສະເພາະທີ່ສອງຝ່າຍສົນໃຈຮ່ວມກັນ ເພືື່ອເອກະພາບກັນສືບຕໍ່ລົງນາມຂໍ້ຕົກລົງການພົວພັນຮ່ວມມືຂອງສອງຝ່າຍໃນ 5 ປີຕໍ່ໜ້າ.
ໃນຕອນທ້າຍ ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ສົກປີ 2022–2026 ລະຫວ່າງ ຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ພົວພັນຮ່ວມມືດ້ານວຽກງານວິຊາສະເພາະ ກໍຄືການປະກອບສ່ວນເຂົ້າໃນການເສີມຂະຫຍາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ພິເສດແມ່ນສອງຄະນະຈັດຕັ້ງສູນກາງພັກ ທີ່ເປັນສະຫາຍອ້າຍ-ນ້ອງ ເພື່ອນມິດໃກ້ຊິດສະໜິດແໜ້ນທີ່ສຸດ ໃຫ້ນັບມື້ນັບມີການຂະຫຍາຍຕົວເຂົ້າສູ່ລວງເລິກກວ່າເກົ່າ.
ຂ່າວ-ພາບ: ຄະນະຈັດຕັ້ງສູນກາງພັກ
18/11/2025 10:41:21
17/11/2025 11:14:31
06/11/2025 14:55:21
05/11/2025 14:42:26
03/11/2025 15:06:22
03/11/2025 14:38:16
28/10/2025 16:10:41
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30

