ສະຫາຍເລຂາທິການໃຫຍ່, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ ສົ່ງສານຕອບຂອບໃຈ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 03/11/2026 15:25:27 ຈຳນວນຢ້ຽມຊົມ 101 ຄັ້ງ ໃນວັນທີ 03 ພະຈິກ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການມາຢ້ຽມຢາມພົບປະຂອງ ສະຫາຍ ລີ ຢົງ ຊົນ, ເອກອັກລັດຖະທູດ ສປປ ເກົາຫຼີ ປະຈໍາ ສປປ ລາວ ເພື່ອນໍາເອົາ ສານຕອບຂອບໃຈ ຈາກ ສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ, ສົ່ງເຖິງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 81 ປີ, ເຊິ່ງມີເນື້ອໃນ ດັ່ງນີ້:
ຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈ ມາຍັງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ໄດ້ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດມາຍັງ ຂ້າພະເຈົ້າ ເນື່ອງໃນໂອກາດ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 81 ປີ.
ເຊື່ອໝັ້ນວ່າ, ບົນພື້ນຖານ ຜົນສໍາເລັດຂອງການພົບປະ ລະຫວ່າງພວກເຮົາ ທີ່ ນະຄອນຫຼວງພຽງຢາງ ໃນເດືອນຕຸລາ 2025 ຜ່ານມາ. ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອປົກຮັກສາສັນຕິພາບ, ສະຖຽນລະພາບ ໃນພາກພື້ນ ແລະ ໃນໂລກ ແລະ ກ້າວໄປສູ່ຈຸດໝາຍສັງຄົມນິຍົມດຽວກັນ, ຂໍອວຍພອນໃຫ້ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນໜ້າທີວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າ ຂອງ ສະຫາຍ.
06/11/2026 15:18:02
06/11/2026 15:10:02
03/11/2026 15:25:27
03/11/2026 15:10:36
31/10/2026 22:36:45
10/04/2025 15:37:41
23/04/2025 13:17:35
10/04/2025 15:18:32
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18


