ພິທີມອບ - ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານ ສະມາຄົມ ລາວ - ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່
ເຜີຍແຜ່ໂດຍ: moderator ເວລາ: 23/10/2026 14:49:48 ຈຳນວນຢ້ຽມຊົມ 18 ຄັ້ງ ໃນວັນທີ 22 ຕຸລາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ - ຮັບ ໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ - ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ຂອງສະມາ ຄົມ ລາວ - ໄທ ເພື່ອມິດຕະພາບ ຕະຫຼອດໄລຍະ 5 ປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນສຳເລັດໃນການເສີມສ້າງສາຍພົວພັນມິດຕະພາບລາວ-ໄທ,ການສົ່ງເສີມທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງປະຊາຊົນສອງຊາດ, ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການຍາດແຍ່ງເອົາການຊ່ວຍເຫຼືອ ເພື່ອພັດທະນາທາງດ້ານໂຄງລ່າງພື້ນຖານການສຶກສາ ແລະ ສາທາລະນະສຸກ ຂອງ ສປປ ລາວ. ພ້ອມນີ້, ກໍຍັງມີຂໍ້ຄົງຄ້າງບາງຈຸດທີ່ຈະຕ້ອງປັບປຸງແກ້ໄຂຖອດຖອນບົດຮຽນ ເພື່ອປະຕິບັດທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ຜ່ານມະຕິຕົກລົງ ຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຫຽມ ພົມມະຈັນ, ອະດີດລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນປະທານສະມາຄົມ ລາວ - ໄທ ເພື່ອມິດຕະພາບ ຊຸດໃໝ່.
ໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍ້ອງຍໍ - ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນຂອງ ບັນດາສະຫາຍ ຄະນະບໍລິຫານງານສະມາຄົມ ລາວ - ໄທ ເພື່ອມິດຕະພາບ ຊຸດເກົ່າ ທີ່ໄດ້ສຸມທຸກກໍາລັງແຮງຮອບດ້ານເຂົ້າໃນການເຄື່ອນໄຫວວຽກງານຂອງສະມາຄົມ ກໍຄື ວຽກງານການທູດປະຊາຊົນ ເຊິ່ງສາມາດຍາດແຍ່ງເອົາການຊ່ວຍເຫຼືອເພື່ອສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆ ໃນ ສປປ ລາວ ລວມມູນຄ່າທັງໝົດເປັນເງິນ: 957,825,000 ກີບ, 157,777 ໂດລາ ແລະ 7,150,000 ບາດ. ພ້ອມນັ້ນ, ສະຫາຍ ຍັງໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະບໍລິຫານງານ ສະມາຄົມ ລາວ - ໄທ ເພື່ອມິດຕະພາບ ຊຸດໃໝ່ ທີ່ຈະສືບຕໍ່ປະຕິບັດໜ້າທີ່ສໍາຄັນ ແລະ ມີກຽດນີ້ ຈົ່ງນໍາພາການເຄື່ອນໄຫວວຽກງານຂອງສະມາຄົມ ຢ່າງຫ້າວຫັນ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ ທີ່ພັກ - ລັດ ມອບໝາຍໃຫ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ຈະເລີນງອກງາມ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18
