ຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນແຂວງຢຸນນານກັບຕ່າງປະເທດ, ສປ ຈີນ ຢ້ຽມຢາມ ສປປ ລາວ.
ເຜີຍແຜ່ໂດຍ: moderator ເວລາ: 16/10/2026 16:05:13 ຈຳນວນຢ້ຽມຊົມ 32 ຄັ້ງ ໂດຍຕອບສະໜອງຕາມຄຳເຊີນ ຂອງສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ, ຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນແຂວງຢຸນນານກັບຕ່າງປະເທດ, ສປ ຈີນ ນຳໂດຍ ສະຫາຍ ນາງ Yang Sheng, ທີ່ປຶກສາລະດັບ 2 ຂອງສະມາຄົມມິດຕະພາບປະຊາຊົນແຂວງຢຸນນານກັບຕ່າງປະເທດ, ສປ ຈີນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 15-17 ຕຸລາ 2026.
ໃນວັນທີ 16 ຕຸລາ 2026, ຄະນະຜູ້ແທນໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ແລະ ທັງເປັນເລຂາທິການສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ. ສະຫາຍ ໄຊຊະນະ ສິດທິພອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນແຂວງຢຸນນານກັບຕ່າງປະເທດ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ໝັ້ນຄົງໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ໃຫ້ໄດ້ຮັບການເພີ່ມພູນຄູນສ້າງແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ແລະ ຈີນ-ລາວ. ນອນນີ້, ສະຫາຍ ຍັງໄດ້ສະເໜີໃຫ້ ສອງຝ່າຍສ້າງກົນໄກການພົວພັນຮ່ວມມືໃຫ້ເປັນຮູບປະທໍາຫຼາຍກວ່າເກົ່າເຊັ່ນ: ຊຸກຍູ້ໃຫ້ປະຊາຊົນ, ນັກທຸລະກິດ, ບັນດາຂະແໜງການຕ່າງໆ ຂອງລາວ ແລະ ແຂວງຢຸນໜານໃນມີການຮ່ວມມື ແລະ ແລກປ່ຽນດ້ານການສຶກສາ, ສາທະລະນະສຸກ, ສິລະປະວັດທະນະທໍາ, ການທ່ອງທ່ຽວ ແລະ ດ້ານອື່ນໆໃຫ້ມີການຮ່ວມມືຫຼາຍຂຶ້ນ, ພິເສດແມ່ນ ປະຊາຊົນໃນເຂດຊາຍແດນລາວ-ຈີນ ມີການໄປມາຫາສູ່ກັນ, ພົບປະປຶກສາຫາລື ແລກປ່ຽນຢ້ຽມຢາມ, ຈັດກິດຈະກຳຮ່ວມກັນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນວັນສໍາຄັນຕ່າງໆຂອງພັກຂອງຊາດຂອງລາວ ແລະ ຈີນ ເພື່ອປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ.
ສະຫາຍ ນາງ Yang Sheng ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການຢ້ຽມຢາມ ໂດຍສະເພາະແມ່ນວຽກງານການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມມິດຕະພາບປະຊາຊົນແຂວງຢຸນນານກັບຕ່າງປະເທດ ໃຫ້ຊາບ ແລະ ຢືນຢັນວ່າ ສະມາຄົມມິດຕະພາບປະຊາຊົນແຂວງຢຸນນານກັບຕ່າງປະເທດຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບສະມາຄົມມິດຕະພາບ ລາວ-ຈີນ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມື ຂອງບັນດາຂະແໜງການທີ່ສອງປະເທດເຄີຍປະຕິບັດຮ່ວມກັນ ແລະ ເຫັນດີເປັນເອກະພາບຕາມກົນໄກການຮ່ວມມືທີ່ ສະຫາຍ ຮອງປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງໄດ້ຍົກຂຶ້ນ.
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
15/10/2026 15:54:06
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18
