ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກ-ຂອງຊາດ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ຂອງ ຄຕພ
ເຜີຍແຜ່ໂດຍ: moderator ເວລາ: 12/10/2026 14:06:28 ຈຳນວນຢ້ຽມຊົມ 118 ຄັ້ງ ໃນວັນທີ 12 ຕຸລາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມ ມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12 ຕຸລາ 1945 - 12 ຕຸລາ 2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ. ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄຕພ, ມີບັນດາສະຫາຍ ຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ອັນພິລະອາດຫານ ໃນຂະບວນການຕໍ່ສູ້ຂອງປະຊາຊົນລາວ ຕ້ານຜູ້ຮຸກຮານ ພາຍໃຕ້ການນໍາພາຂອງວິລະຊົນ, ວິລະບູລຸດຜູ້ເກັ່ງກ້າ ໃນໄລຍະທີ່ບໍ່ທັນມີພັກນໍາພາ ແລະ ການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນ ພາຍໃຕ້ການນໍາພາຂອງ ພັກກອມມູ ນິດອິນດູຈີນ ນັບແຕ່ປີ 1930. ພາຍຫຼັງທີ່ໄດ້ສ້າງຕັ້ງອົງຄະນະພັກແຄວ້ນລາວ ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວ ຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດ ຈົນສາມາດປະກາດເອກະລາດຕໍ່ຊາວໂລກ ໃນວັນທີ 12 ຕຸລາ 1945 ແລະ ສະຖາປະນາ ສປປ ລາວ ໃນວັນທີ 02 ທັນວາ 1975. ພ້ອມນັ້ນ, ຍັງຍົກໃຫ້ເຫັນບັນດາຜົນສໍາເລັດຕໍ່ກັບ ວຽກງານການຕ່າງປະເທດໃນໄລຍະໃໝ່ ເຊິ່ງເປັນການຍົກຖານະບົດບາດຂອງ ສປປ ລາວ ສູ່ເວທີສາກົນ.
ຫຼັງຈາກນັ້ນ, ສະຫາຍຕາງໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ວ່າດ້ວຍການສັບຊ້ອນ ສະຫາຍ ຄັດສະພອນ ວົງໄພໂລດ, ຮອງຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ມາເປັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ຂໍ້ຕົກລົງ ວ່າດ້ວຍການ ແຕ່ງຕັ້ງຮອງຫົວໜ້າກົມ 02 ສະຫາຍ ຄື: ສະຫາຍ ນາງ ຂັນທະວັນ ແກ້ວມະນີວັນ, ຫົວໜ້າພະແນກ ເປັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ພູເງິນ ສຸກວິໄລ, ຫົວໜ້າພະແນກ ເປັນຮອງຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ. ພ້ອມນັ້ນ, ຍັງໄດ້ຜ່ານ ຂໍ້ຕົກລົງແຕ່ງຕັ້ງຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ລວມທັງໝົດ 06 ສະຫາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ເຊິ່ງເປັນການມອບໝາຍໜ້າທີ່ການເມືອງດ້ວຍຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ກໍຄືພະນັກງານພາຍໃນ ຄຕພ, ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ວຽກງານຂອງ ຄຕພ ມີຄວາມໜັກແໜ້ນເຂັ້ມແຂງ ສາມາດຜັນຂະຫຍາຍແນວທາງຂອງພັກ-ລັດ ທີ່ຕິດພັນກັບແຜນງານ-ໂຄງການຂອງ ຄຕພ ສະໄໝທີ III ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້. ນອກນັ້ນ, ກໍຍັງໄດ້ເນັ້ນໜັກໃຫ້ບັນດາ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງ ຂອງຕົນໃຫ້ສູງກວ່າເກົ່າ ທັງເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານຢ່າງຮອບດ້ານ ແລະ ເປັນແກນກາງຮັກສາຄວາມສາມັກຄີພາຍໃນ.
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
15/10/2026 15:54:06
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18
