ພິທີປາຖະກະຖາ ວັນສະຖາປະນາ ສປປ ເກົາຫຼີ
ເຜີຍແຜ່ໂດຍ: moderator ເວລາ: 10/09/2026 08:28:02 ຈຳນວນຢ້ຽມຊົມ 25 ຄັ້ງ ໃນຕອນເຊົ້າວັນທີ 08 ກັນຍາ 2026, ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (09/09/1948-09/09/2026), ໄດ້ໃຫ້ກຽດເຂົ້າຮ່ວມມີ: ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງປະທານກໍາມາທິການວັດທະນະທຳສັງຄົມ ແລະ ບັນດາເຜົ່າ, ສະພາແຫ່ງຊາດ, ຮອງປະທານ ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ; ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ; ສະຫາຍ ເພັດສົມພອນ ແສນສີ, ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງໄຊທານີ; ຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕໍາຫຼວດ ແລະ ແຂກທີ່ມາຈາກພາກສ່ວນກ່ຽວຂ້ອງ ມີຈໍານວນ ປະມານ 400 ກວ່າສະຫາຍເຂົ້າຮ່ວມ; ໃນພິທີດັ່ງກ່າວໄດ້ມີການວາງສະແດງຮູບພາບ, ສາຍວີດີໂອ ແລະ ກ່າວປາຖະກະຖາກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ໃນໄລຍະທີ່ຜ່ານມາ ແລະ ປັດຈຸບັນ, ພ້ອມນີ້ ກໍ່ຍັງມີການສະແດງສີລະປະ ຕື່ມອີກ.
ໃນພິທີປາຖະກະຖາຄັ້ງນີ້, ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ໃຫ້ກຽດຂຶ້ນກ່າວປາຖະກະຖາ ເຊິ່ງໄດ້ຍົກໃຫ້ເຫັນເຖິງບົດບາດການນໍາພາໆລະກິດປະຕິວັດຕໍ່ສູ້ກູ້ຊາດ ເພື່ອກອບກູ້ເອົາເອກະລາດແຫ່ງຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ເກົາຫຼີ ບົນເສັ້ນທາງສູ່ຈຸດໝາຍສັງຄົມນິຍົມໃນແຕ່ລະໄລຍະຂອງພັກແຮງງານເກົາຫຼີ ອັນມີ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາຫຼີ ແລະ ຜູ້ນຳພາແສງສະຫວ່າງ ແນວຄິດຈຸດເຊ່ ແລະ ສະຫາຍ ກິມ ເຈິງ ອິນ, ຜູ້ນໍາທີ່ຍິ່ງໃຫຍ່, ເລຂາທິການໃຫຍ່ພັກແຮງງານເກົາຫຼີຕະຫຼອດການ, ປະທານຄະນະກໍາມະທິການປ້ອງກັນຊາດ ແຫ່ງ ສປປ ເກົາຫຼີ ຕະຫຼອດການຂອງປະຊາຊົນ ສປປ ເກົາຫຼີ ເປັນແກນນໍາໄລຍະຜ່ານມາ ແລະ ສະຫາຍ ກິມ ເຈິງ ອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ຂອງປະຊາຊົນ ສປປ ເກົາຫຼີ ເປັນແກນນໍາໃນປັດຈຸບັນ. ນອກຈາກນີ້ ກໍ່ໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ.
10/09/2026 08:28:02
08/09/2026 12:42:37
03/09/2026 14:10:36
28/08/2026 17:29:08
27/08/2026 13:25:17
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
30/07/2025 16:01:28
03/10/2025 15:43:46
29/07/2022 15:17:46
16/07/2025 16:30:18
21/08/2025 18:05:43



