ຄຕພ ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນທາງປະຫວັດສາດ ຂອງພັກ-ຂອງຊາດ
ເຜີຍແຜ່ໂດຍ: moderator ເວລາ: 27/08/2026 08:46:58 ຈຳນວນຢ້ຽມຊົມ 18 ຄັ້ງ ໃນວັນທີ 26 ສິງຫາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ 2 ຫົວຂໍ້: “ກົດໝາຍສາກົນ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ” ແລະ “ວຽກງານພິທີການທູດສາຍພັກ”, ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນທາງປະຫວັດສາດ ຂອງພັກ-ຂອງຊາດ ຄື: ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 35 ປີ (15 ສິງຫາ 1991 – 15 ສິງຫາ 2026) ແລະ ວັນຢຶດອໍານາດ ຄົບຮອບ 51 ປີ (23 ສິງຫາ 1975 – 23 ສິງຫາ 2026); ພາຍໃຕ້ການເປັນປະທານຂອງ ສະຫາຍ ສິງຫານະຄອນ ສີຫາລາດ, ປະທານຄະນະບໍລິຫານງານກໍາມະບານ, ຄະນະພົວພັນຕ່າງປະເທດສູນກາງພັກ, ຫົວໜ້າຫ້ອງການ ຄຕພ; ພ້ອມດ້ວຍພະນັກງານ-ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ພະນັກງານ-ລັດຖະກອນ, ນັກຄົ້ນຄວ້າ ແລະ ຜູ້ເຂົ້າຮ່ວມ ກ່ຽວກັບ ເນື້ອໃນສໍາຄັນຂອງສົນທິສັນຍາ ແລະ ກົດໝາຍ ທີ່ ສປປ ລາວ ເປັນພາຄີ ໃຫ້ເລິກເຊິ່ງຍິ່ງຂຶ້ນ ແລະ ເພື່ອຍົກສູງຄວາມຮັບຜິດຊອບທາງການເມືອງ ຕາມຄໍາຂວັນຂອງຄະນະພົວພັນຕ່າງປະເທດສູນກາງພັກ ຄື: “ຄິດເລິກ ເບິິ່ງໄກ ໄປຖືກ”. ພ້ອມທັງ, ເພີ່ມທະວີທັກສະວຽກງານພິທີການທູດ ເປັນຕົ້ນແມ່ນ ມາລະຍາດທາງສັງຄົມ ແລະ ມາລະຍາດທາງສາກົນ, ພີທີການຕ້ອນຮັບ, ການພົບປະສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ຖືກຕ້ອງຕາມມາດຕະຖານສາກົນ.
ໃນກອງປະຊຸມ ສະຫາຍ ຫົງສາ ອິນທິລາດ, ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ໄດ້ບັນຍາຍ ແລະ ແລກປ່ຽນໃນຫົວຂໍ້ “ກົດໝາຍສາກົນ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ” ແລະ ສະຫາຍ ນາງ ບຸນມະນີເງິນ ສຸທໍາມະວົງ, ຮັກສາການຫົວໜ້າພະແນກພິທີການ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຂຶ້ນບັນຍາຍໃນຫົວຂໍ້ “ວຽກງານພິທີການທູດສາຍພັກ”. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ມີການຖາມ-ຕອບ, ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ຢ່າງກວ້າງຂວາງ ເຊິ່ງເປັນການສ້າງຄວາມເຂົ້າໃຈ ແລະ ຄວາມຮັບຮູ້ ຢ່າງເລິກເຊິ່ງ ໃຫ້ແກ່ຜູ້ເຂົ້າຮ່ວມ ກໍຄື ສະມາຊິກພັກ-ພະນັກງານ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ.
ກອງປະຊຸມ ໄດ້ດໍາເນີນໄປດ້ວຍບັນຍາກາດຄຶກຄື້ນ ແລະ ເຕັມໄປດ້ວຍການປຶກສາຫາລື ທີ່ເປັນປະໂຫຍດ. ຜ່ານການດໍາເນີນກອງປະຊຸມເປັນເວລາເຄິ່ງວັນ, ກອງປະຊຸມໄດ້ຕີລາຄາສູງ ເຖິງຜົນສໍາເລັດໃນຄັ້ງນີ້ ແລະ ໄດ້ປິດລົງຢ່າງຈົບງາມ ໃນຕອນທ່ຽງຂອງວັນດຽວກັນ.
27/08/2026 08:46:58
25/08/2026 14:08:13
14/08/2026 09:27:49
11/08/2026 16:22:50
10/08/2026 16:19:13
10/08/2026 14:31:43
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
03/06/2025 14:03:36
27/05/2025 15:03:03
29/07/2022 15:17:46
03/10/2025 15:43:46
16/07/2025 16:30:18
13/06/2023 14:17:31



