ຄະນະພົວພັນຕ່າງປະເທດສູນກາງພັກ ຈັດປາຖະກະຖາເຜີຍແຜ່,ເຊື່ອມຊຶມມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ
ເຜີຍແຜ່ໂດຍ: moderator ເວລາ: 25/08/2026 14:08:13 ຈຳນວນຢ້ຽມຊົມ 23 ຄັ້ງ ໃນວັນທີ 25 ສິງຫາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາ ເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026)ໂດຍໃຫ້ກຽດປາຖະກະຖາ ຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍບັນດາສະຫາຍ ກໍາມະການຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ຍົກໃຫ້ເຫັນເຖິງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ, ເຊິ່ງແມ່ນອົງການທີ່ສືບທອດມູນເຊື້ອອັນສະຫງ່າງາມ ຂອງ ແນວລາວອິດສະຫຼະ ແລະ ແນວລາວຮັກຊາດ ໃນເມື່ອກ່ອນ; ກອງປະຊຸມໃຫຍ່ ຄັ້ງທີ I ຂອງແນວລາວອິດສະຫຼະ ໄດ້ໄຂຂຶ້ນວັນທີ 13 ສິງຫາ 1950 ໄດ້ຮັບຮອງມະຕິສໍາຄັນຄື ມະຕິວ່າດ້ວຍສ້າງລັດຖະບານລາວຕໍ່ຕ້ານ, ໂຄງການການເມືອງ 12 ຂໍ້, ຊື່ຂອງປະເທດ, ເພັງຊາດ ແລະ ກາໝາຍຊາດ, ມະຕິຕົກລົງສ້າງຕັ້ງໜັງສືພິມລາວອິດສະຫຼະ ແລະ ການນໍາພາປຸກລະດົມຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ ແລະ ສາມາດຍາດໄດ້ໄຊນະນະໃນປີ 1954; ຫຼັງຈາກນັ້ນ ປີ 1956 ໄດ້ເປັນຊື່ແນວລາວອິດສະຫຼະ ມາເປັນແນວລາວຮັກຊາດ ເພື່ອສືບຕໍ່ເປັນຄັນທຸງເຕົ້າໂຮມສາມັກຄີປະຊາຊົນລາວບັນດາເຜົ່າ ຮ່ວມສໍາພັນກັບບັນດາກໍາລັງການເມືອງທີ່ມີທ່າອ່ຽງຮັກຊາດ ໄດ້ຂະຫຍາຍສາຍສໍາພັນກັບກອງທັບ ແລະ ປະຊາຊົນ 3 ຊາດອິນດູຈີນອ້າຍນ້ອງ ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ພາລະກິດອື່ນໆ, ເຊິ່ງໄດ້ຮັບໄຊຊະນະແຕ່ນ້ອຍຫາໃຫຍ່ ເປັນກ້າວໆມາ; ໄລຍະປີ 1979 ເຖິງປະຈຸບັນ ໄດ້ປ່ຽນຊື່ຈາກແນວລາວຮັກຊາດ ມາເປັນແນວລາວສ້າງຊາດ ເພື່ອແນໃສ່ເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ສາສະໜາ ແລະ ເພດໄວ, ນັບທັງຄົນເຊື້ອຊາດລາວດໍາລົງຊີວິດຢູ່ຕ່າງປະເທດ ໃຕ້ຮົ່ມທຸງປະຕິວັດ ຂອງພັກປະຊາຊົນປະຕິວັດລາວ, ພ້ອມດຽວກັນນັ້ນ, ແນວລາວສ້າງຊາດ ຍັງໄດ້ຢຶດໝັ້ນພັນທະພາບ ກັບກໍາມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນທີ່ກ້າວໜ້າ, ເດັດດ່ຽວ ໜຽວແໜ້ນ, ສຶກສາອົບຮົມປະຊາຊົນ ດ້ວຍການໝູນໃຊ້ຫຼັກການອັນຖືກຕ້ອງຂອງພັກ ເຮັດໃຫ້ຂະບວນການປະຕິວັດນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ; ນອກນີ້, ແນວລາວສ້າງຊາດ ຍັງມີມູນເຊື້ອເປັນທີ່ປຶກສາແນະນໍາ ແລະ ເປັນບ່ອນໃຫ້ປະຊາຊົນໄດ້ເພິ່ງພາ, ແນວໂຮມເຮັດບົດບາດ ເປັນຂົວຕໍ່ທີ່ດີ ລະຫວ່າງພັກ-ລັດ ກັບປະຊາຊົນ ເປັນພື້ນຖານການເມືອງ ຂອງອໍານາດປະຊາທິປະໄຕປະຊາຊົນ.
ພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ໃນຄັ້ງນີ້ ເພື່ອເປັນການເຊື່ອມຊຶມ, ສຶກສາອົບຮົມ ໃຫ້ແກ່ພະນັກງານພາຍໃນ ຄຕພ ຮັບຮູ້, ເຂົ້າໃຈເຖິງປະຫວັດສາດສໍາຄັນ ຂອງຊາດ, ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ຂອງບັນພະບູລຸດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ພ້ອມກັນເຮັດສໍາເລັດທຸກໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.
25/08/2026 14:08:13
14/08/2026 09:27:49
11/08/2026 16:22:50
10/08/2026 16:19:13
10/08/2026 14:31:43
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
03/06/2025 14:03:36
29/07/2022 15:17:46
27/05/2025 15:03:03
03/10/2025 15:43:46
16/07/2025 16:30:18
13/06/2023 14:17:31
30/05/2023 10:28:03
24/07/2025 13:53:23
