ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ມາເລຍເຊຍ ປະຈຳ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 08/07/2026 15:10:12 ຈຳນວນຢ້ຽມຊົມ 30 ຄັ້ງ ໃນວັນທີ 08 ກໍລະກົດ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ອິດີ ເອີວານ ບິນ ມາມຸດ, ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຢ່າງຈົບງາມ, ເຊິ່ງຕະຫຼອດໄລຍະທີ່ຜ່ານມາ ທ່ານທູດໄດ້ເຄື່ອນໄຫວຢ່າງຫ້າວຫັນອັນໄດ້ປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ມາເລເຊຍ, ທັງໄດ້ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ 2 ປະເທດ ໃນຂົງເຂດຕ່າງໆ ເປັນຕົ້ນ ດ້ານການສຶກສາ, ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ, ພ້ອມທັງເຊື່ອໝັ້ນວ່າ ພາຍຫຼັງສໍາເລັດໜ້າທີ່ກັບຄືນປະເທດແລ້ວ, ທ່ານທູດ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມື ລາວ-ມາເລເຊຍ ໃນຕໍ່ໜ້າ ພ້ອມນັ້ນ, ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ຢືນຢັນຄືນຄວາມໝາຍໝັ້ນໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານພັກ ລະຫວ່າງ ພັກ ປປ ລາວ ກັບ ບັນດາພັກການເມືອງໃນ ມາເລເຊຍ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ 2 ປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບອໍາລາ ທ່ານຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ, ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ 2 ປະເທດ ມາເລເຊຍ-ລາວ ໃນໄລຍະຜ່ານມາ ກໍຄືປະຈຸບັນ, ສະແດງຄວາມຂອບໃຈ ຕໍ່ ພັກ, ລັດຖະບານ ສປປ ລາວ ກໍ່ຄືຄະນະພົວພັນຕ່າງປະເທດສູນກາງພັກ ທີ່ຍາມໃດກໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອສະຖານທູດ ມາໂດຍຕະຫຼອດເຮັດໃຫ້ສະຖານທູດສໍາເລັດໜ້າທີ່ອັນສໍາຄັນທຸກຢ່າງທີ່ປະເທດຊາດມອບໝາຍໃຫ້; ພ້ອມທັງຢືນຢັນວ່າ, ພາຍຫຼັງກັບຄືນປະເທດແລ້ວ ບໍ່ວ່າຢູ່ໃນຖານະໃດກໍ່ຕາມ ຕົນເອງຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ມາເລເຊຍ-ສປປ ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍການຊຸກຍູ້ພາກສ່ວນກ່ຽວຂ້ອງຂອງ ມາເລເຊຍ ໃນການເພີ່ມທະວີການພົວພັນຮ່ວມມື ກັບ ສປປ ລາວ ໃຫ້ຫຼາຍຂຶ້ນ.
ໃນຕອນທ້າຍ, ທ່ານຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ທ່ານທູດ ຈົງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ, ປະສົບຜົນສຳເລັດ ໃນໜ້າທີ່ວຽກງານໃໝ່ ແລະ ສືບຕໍ່ເປັນຂົວຕໍ່ເຊື່ອມມິດຕະພາບທີ່ດີງາມ ລະຫວ່າງ 2 ປະເທດ ລາວ-ມາເລເຊຍ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
01/07/2026 19:59:44
30/06/2026 16:43:50
29/07/2022 15:17:46
10/04/2025 15:37:41
10/04/2025 15:18:32
13/06/2023 14:17:31
23/04/2025 13:17:35
30/05/2023 10:28:03
16/07/2025 16:30:18
30/07/2025 16:01:28
09/12/2022 14:35:10
27/05/2025 15:03:03
03/06/2025 14:03:36
24/07/2025 13:53:23



