ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ພົບປະກັບ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມນູນິດກູບາ
ເຜີຍແຜ່ໂດຍ: moderator ເວລາ: 08/07/2026 15:06:51 ຈຳນວນຢ້ຽມຊົມ 32 ຄັ້ງ ໃນວັນທີ 7 ກໍລະກົດ 2026, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ພົບປະຜ່ານຮູບແບບວິດີໂອທາງໄກ ກັບ ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ (Emilio Ratmir Lozada Garcia), ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະຜ່ານວີດິໂອທາງໄກ ກັບ ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ. ຝ່າຍລາວ ໄດ້ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະ ຜົນສໍາເລັດການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ປະຊາຊົນກູບາອ້າຍນ້ອງ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນຂອງ ພັກກອມມູນິດກູບາ ຍາດມາໄດ້ຕະຫຼອດໄລຍະ 60 ກວ່າປີຜ່ານມາ, ໂດຍສະເພາະແມ່ນຜົນສຳເລັດທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິ ວັດ ໃນທ່າມກາງການຖືກປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ເປັນເວລາກວ່າຫົກທົດສະວັດ.
ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ ໄດ້ແຈ້ງໃຫ້ຊາບກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ VIII ຂອງພັກກອມມູນິດກູບາ ແລະ ການກະກຽມຈັດກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກອມມູນິດກູບາ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ຂອງ ສ.ກູບາ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດ ການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຜົນສໍາເລັດ ໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ; ບົດບາດ ແລະ ອິດທິພົນ ຂອງ ພັກ ແລະ ລັດຖະບານ ສປປ ລາວ ນັບມື້ສູງເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນການປະຕິວັດກູບາ ຕະຫຼອດໄລຍະຜ່ານມາ.
ສອງຝ່າຍ ຍັງໄດ້ຕີລາຄາສູງ ແລະ ປິຕິຍິນດີ ທີ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ກູບາ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ; ປຶກສາຫາລື ກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າ; ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈ. ການພົບປະໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສະໜິດສະໜົມ, ເປັນກັນເອງ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
01/07/2026 19:59:44
30/06/2026 16:43:50
29/07/2022 15:17:46
10/04/2025 15:37:41
10/04/2025 15:18:32
13/06/2023 14:17:31
23/04/2025 13:17:35
30/05/2023 10:28:03
16/07/2025 16:30:18
30/07/2025 16:01:28
09/12/2022 14:35:10
27/05/2025 15:03:03
03/06/2025 14:03:36
24/07/2025 13:53:23



