ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ
ເຜີຍແຜ່ໂດຍ: moderator ເວລາ: 30/06/2026 13:00:43 ຈຳນວນຢ້ຽມຊົມ 42 ຄັ້ງ ຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະປະຈຳ ຄັ້ງທີ 3 ຂອງເວທີປຶກສາຫາລື ຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດ ໃນສະໄໝໃໝ່ ຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ກອງປະຊຸມສໍາມະນາດ້ານກົດໝາຍສາກົນ ເຊັນປີເຕີສະເບີກ ຄັ້ງທີ 14 ຊຶ່ງຈັດຂຶ້ນ ທີ່ ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ ໃນລະຫວ່າງວັນທີ 24-26 ມິຖຸນາ 2026 ໂດຍການເປັນເຈົ້າພາບຂອງ ພັກຣັດເຊຍເອກະພາບ, ມີຄະນະຜູ້ແທນຈາກພັກການເມືອງທີ່ເປັນຄະນະປະຈຳຂອງຂອບການຮ່ວມມືດັ່ງກ່າວ ແລະ ບັນດາພັກການເມືອງຄູ່ຮ່ວມສັງເກດການ ທີ່ມາຈາກທະວີບອາຊີ, ເອີຣົບ, ອາຟຣິກາ ແລະ ອາເມຣິກາລາຕິນ ຫຼາຍກວ່າ 20 ປະເທດ ເຂົ້າຮ່ວມ.
ໃນພິທີເປີດກອງປະຊຸມຄະນະປະຈໍາ ຄັ້ງນີ້, ທ່ານ ອັນເດຣ ກລີມົບ, ສະມາຊິກສະພາສູງ ຂອງພັກຣັດເຊຍເອກະພາບ ໄດ້ກ່າວເນັ້ນໜັກ ກ່ຽວກັບ ສະພາບການສາກົນໃນປະຈຸບັນ, ບັນດາການເຄື່ອນໄຫວຜ່ານມາ ຂອງຂະບວນການ ແລະ ຊີ້ໃຫ້ເຫັນເຖິງ ຄວາມຈຳເປັນໃນການເສີມຂະຫຍາຍການພົວພັນຮ່ວມມື ຂອງບັນດາພັກການເມືອງ ເພື່ອຕ້ານການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່; ຈາກນັ້ນ ບັນດາຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງພຶດຕິກຳຕົວຈິງຂອງລັດທິລ່າເມືອງຂຶ້ນແບບໃໝ່ ທີ່ພວມຂະຫຍາຍຕົວຢູ່ພາກພື້ນຕ່າງໆໃນໂລກ, ແລກປ່ຽນບົດຮຽນໃນການຕອບຕ້ານ ແລະ ຮັບມືກັບຜົນກະທົບຂອງລັດທິລ່າເມືອງຂຶ້ນແບບໃໝ່.
ໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນຂອງພັກຣັດເຊຍເອກະພາບ ແລະ ໄດ້ຕີລາຄາສູງຕໍ່ກອງປະຊຸມດັ່ງກ່າວ; ສະຫາຍ ໄດ້ປະກອບຄໍາເຫັນ ໂດຍເນັ້ນເຖິງຄຸນຄ່າຂອງຄວາມເປັນເອກະລາດ ແລະ ເສລີພາບຂອງລັດທີ່ມີອະທິປະໄຕ, ຊຶ່ງ ສປປ ລາວ ໄດ້ຜ່ານຂະບວນການຕໍ່ສູ້ຢ່າງຍືດເຍື້ອຍາວນານ ກ່ອນຈະບັນລຸເປົ້າໝາຍດັ່ງກ່າວ. ພ້ອມດຽວກັນນັ້ນ, ກໍໄດ້ຢຳ້ຄືນເຖິງ ຄວາມຈໍາເປັນໃນການຮັກສາຫຼັກການພົວພັນລະຫວ່າງປະເທດ ບົນພື້ນຖານກົດບັດຂອງ ສະຫະປະຊາຊາດ ແລະ ກົດໝາຍສາກົນ ຢ່າງເຄັ່ງຄັດ; ສະຫາຍ ຍັງໄດ້ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງພັກ ກໍຄື ແນວທາງການຕ່າງປະເທດຂອງ ສປປ ລາວ ໃນການສະໜັບສະໜູນການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ ແລະ ຊຸກຍູ້ຂະບວນການເພື່ອເສລີພາບຂອງບັນດາຊາດ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ.
ກອງປະຊຸມຄະນະປະຈຳເວທີດັ່ງກ່າວ ເປັນກົນໄກທີ່ມີຄວາມສຳຄັນ ໃນການເຕົ້າໂຮມເອົາບັນດາພັກການເມືອງໃນພາກພື້ນຕ່າງໆ ເພື່ອເປັນກະບອກສຽງ ແລະ ກຳລັງແຮງໃນການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ ໂດຍມີພັກຣັດເຊຍເອກະພາບເປັນຜູ້ຂັບເຄື່ອນທີ່ສຳຄັນ ແລະ ພັກປະຊາຊົນປະຕິວັດລາວ ເປັນໜຶ່ງໃນສະມາຊິກຄະນະປະຈຳ ຊຶ່ງການເຂົ້າຮ່ວມກົນໄກດັ່ງກ່າວ ນອກຈາກຈະເປັນໂອກາດດີໃນການແລກປ່ຽນຖອດຖອນບົດຮຽນກັບພັກການເມືອງໃນໂລກ, ຍັງເປັນການສະແດງເຖິງຄວາມເອົາໃຈໃສ່ ປະກອບສ່ວນໃນຂອບດັ່ງກ່າວ ຢ່າງເປັນເຈົ້າການ, ເປັນການເສີມຂະຫຍາຍວຽກງານການຕ່າງໆປະເທດໃນຂອບຫຼາຍຝ່າຍຂອງພັກ ກໍຄື ເປັນການຍົກສູງຖານະບົດບາດຂອງພັກເຮົາ ໃນເວທີສາກົນ.
ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ໃນຄັ້ງນີ້, ຄະນະຜູ້ແທນພັກ ປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາດ້ານກົດໝາຍສາກົນ ເຊັນປີເຕີສະເບີກ ຄັ້ງທີ 14 ແລະ ໄດ້ປະກອບຄໍາເຫັນ ຊຶ່ງໄດ້ຕີລາຄາຕໍ່ສະພາບການສາກົນ ແລະ ພາກພື້ນ ໃນປະຈຸບັນ ທີ່ພວມຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ໄດ້ເນັ້ນໜັກເຖິງ ການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່ ທີ່ສວຍໃຊ້ກົດໝາຍສາກົນ ເປັນເຄື່ອງມືໃນການແຊກແຊງຕໍ່ປະເທດອື່ນ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາພັກການເມືອງ ສືບຕໍ່ຮ່ວມມືກັນໃນການປົກປ້ອງ ແລະ ເຊີດຊູກົດໝາຍສາກົນ ກໍຄືການຢຶດໝັ້ນບັນດາຫຼັກການສາກົນ ເພື່ອສ້າງກົນໄກທີ່ມີປະສິດທິພາບ ໃນການຊຸກຍູ້ຂະບວນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່.
ໃນການເຄື່ອນໄຫວຄັ້ງນີ້, ຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ຍັງໄດ້ຢ້ຽມຢາມ ມະຫາວິທະຍາໄລເຊັນປີເຕີສະເບີກ ຊຶ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງ, ມີປະຫວັດສາດຍາວນານ ແລະ ໄດ້ຮັບຟັງການບັນຍາຍຫົວຂໍ້ທີ່ກ່ຽວຂ້ອງກັບການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ໂດຍບັນດາຄະນະຜູ້ຊ່ຽວຊານຂອງມະຫາວິທະຍາໄລ; ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ຢ້ຽມຢາມສະຖານທີ່ປະຫວັດສາດທີ່ສຳຄັນ ຂອງເມືອງເຊັນປີເຕີສະເບີກ ອັນໄດ້ເຮັດໃຫ້ການເຄື່ອນໄຫວຂອງຄະນະຜູ້ແທນລາວຄັ້ງນີ້ ມີເນື້ອໃນອຸດົມສົມບູນ ແລະ ມີຜົນສຳເລັດຢ່າງຈົບງາມ.
30/06/2026 16:43:50
30/06/2026 16:30:03
30/06/2026 13:00:43
29/06/2026 10:01:12
29/06/2026 09:02:42
29/06/2026 08:51:22
26/06/2026 16:26:48
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23



