ພັກປະຊາຊົນປະຕິວັດລາວ ຮັດແໜ້ນການຮ່ວມມື ກັບ ພັກກອມມູນິດສະຫະພັນຣັດເຊຍ
ເຜີຍແຜ່ໂດຍ: moderator ເວລາ: 29/06/2026 10:01:12 ຈຳນວນຢ້ຽມຊົມ 58 ຄັ້ງ ໃນໂອກາດເດີນທາງມາເຄື່ອນໄຫວວຽກງານ ທີ່ ສ. ຣັດເຊຍ, ໃນວັນທີ 24 ມິຖຸນາ 2026 ທີ່ ນະຄອນຫຼວງມົດສະກູ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ນຳພາຄະນະຜູ້ແທນ ພັກ ປປ ລາວ ເຂົ້າພົບປະເຮັດວຽກກັບ ສະຫາຍ ດິມິຕຣີ ໂນວິກົບ (Dmitry Novikov), ຮອງປະທານພັກກອມມູນິດສະຫະພັນຣັດເຊຍ, ຮອງປະທານກຳມາທິການຕ່າງປະເທດ ຂອງ ສະພາດູມາ ແຫ່ງ ສ. ຣັດເຊຍ.
ໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຖານມິດສະຫາຍທີ່ສະໜິດສະໜົມ ແລະ ໄດ້ແຈ້ງໃຫ້ຊາບຈຸດປະສົງຂອງການພົບປະສອງຝ່າຍໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບ ການພົວພັນຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດສັນຍາ ທີ່ສອງພັກໄດ້ຮ່ວມກັນລົງນາມໃນປີ 2023. ພ້ອມນັ້ນ, ກໍໄດ້ຝາກຄໍາອວຍພອນອັນອົບອຸ່ນ ແລະ ຄວາມຢື້ຢາມຖາມຂ່າວຈາກ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ເຖິງ ສະຫາຍ ເກນນາດີ ຊູການົບ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນຣັດເຊຍ. ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ ໃນໄລຍະຜ່ານມາ ແລະ ຊົມເຊີຍການເປັນເຈົ້າພາບຈັດກອງປະຊຸມສາກົນ ເພື່ອຕ້ານພວກຟາຊິດ ຄັ້ງທີ III ໃນທ້າຍເດືອນພຶດສະພາຜ່ານມາ ດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງພັກ ປປ ລາວ ກໍໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ. ສະຫາຍ ຍັງໄດ້ຖືໂອກາດດັ່ງກ່າວ ຕາງໜ້າ ພັກ ປປ ລາວ ເຊື້ອເຊີນ ຄະນະຜູ້ແທນ ພັກກອມມູນິດສະຫະພັນຣັດເຊຍ ຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.
ໂອກາດນີ້, ສະຫາຍ ດິມິຕຣີ ໂນວິກົບ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມເຮັດວຽກຂອງ ຄະນະຜູ້ແທນພັກ ປປ ລາວ ຢູ່ ສ. ຣັດເຊຍ ໃນຄັ້ງນີ້ ແລະ ໄດ້ແຈ້ງໃຫ້ຊາບໂດຍສັງເຂບ ກ່ຽວກັບ ສະພາບພົ້ນເດັ່ນຂອງຣັດເຊຍ ໂດຍສະເພາະ ການກະກຽມເລືອກຕັ້ງສະມາຊິກສະພາດູມາ ໃນເດືອນກັນຍາ ທີ່ຈະມາເຖິງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ພັກກອມມູນິດສະຫະພັນຣັດເຊຍ ແລະ ພັກ ປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງຖືເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຣັດເຊຍ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ໃນຂະນະດຽວກັນ, ສະຫາຍ ດິມິຕຣີ ໂນວິກົບ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນພັກ ປປ ລາວ ຈົງປະສົບຜົນສຳເລັດໃນການເດີນທາງເຄື່ອນໄຫວວຽກງານ ທີ່ ສ. ຣັດເຊຍ ໃນຄັ້ງນີ້.
ສອງຝ່າຍ ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການພາກພື້ນ ແລະ ສາກົນ, ພ້ອມທັງຢືນຢັນຈະຮ່ວມກັນສືບຕໍ່ເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງພັກ ຖານເພື່ອນມິດຮ່ວມອຸດົມການໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຣັດເຊຍ.
29/06/2026 10:01:12
29/06/2026 09:02:42
29/06/2026 08:51:22
26/06/2026 16:26:48
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23


