ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມກອງປະຊຸມຄະນະປະຈໍາ ຂອງ ອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ (ICAPP) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ ທີ່ນະຄອນຫຼວງອູລານບາຕໍ, ປະເທດ ມົງໂກລີ.
ເຜີຍແຜ່ໂດຍ: moderator ເວລາ: 29/06/2026 08:51:22 ຈຳນວນຢ້ຽມຊົມ 38 ຄັ້ງ ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວ ໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈໍາ ຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ (ICAPP ຫຼື ໄອແຄັບ) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ, ໃນລະຫວ່າງວັນທີ 25-28 ມິຖຸນາ 2026 ທີ່ນະຄອນຫຼວງອູລານບາຕໍ, ປະເທດມົງໂກລີ ໂດຍການເປັນເຈົ້າພາບ ຂອງ ພັກປະຊາຊົນມົງໂກລີ ຮ່ວມກັບ ກອງເລຂາໄອແຄັບ, ມີຄະນະຜູ້ແທນຈາກພັກການເມືອງ ທີ່ເປັນສະມາຊິກຄະນະປະຈໍາຂອງ 22 ພັກການເມືອງ ຈາກ 17 ປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາໄອແຄັບ ແມ່ນກອງປະຊຸມກົນໄກປົກກະຕິຂອງອົງການດັ່ງກ່າວ ທີ່ຈັດຂືຶ້ນສອງຄັ້່ງຕໍ່ປີ ໂດຍໄດ້ເຕົ້າໂຮມເອົາສະເພາະບັນດາພັກການເມືອງ ທີ່ເປັນສະມາຊິກຄະນະປະຈໍາ ເພື່ອທົບທວນຄືນຜົນສໍາເລັດ ຂອງໄອແຄັບ ໃນໄລຍະ 06 ເດືອນຕົ້ນປີ 2026; ກໍານົດທິດທາງ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ ລວມທັງ ປຶກສາຫາລື ກ່ຽວກັບ ການຈັດກອງປະຊຸມໃຫຍ່ຂອງໄອແຄັບ ຄັ້ງທີ 13 ເຊິ່ງມີແຜນຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້. ພ້ອມນັ້ນ, ກອງປະຊຸມຄັ້ງນີ້ ຍັງໄດ້ມີການຈັດກອງປະຊຸມພິເສດ ຄູ່ຂະໜານກັນ ພາຍໃຕ້ຫົວຂໍ້: “ການຫັນປ່ຽນ ຂອງອາຊີ ໃນຍຸກດີຈີຕອນ: ສິ່ງທ້າທ້າຍ ຂອງປັນຍາປະດິດ” (Asian Transformation in the Digital Age: The Challenge of AI).
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ລົງເລິກແລກປ່ຽນ ກ່ຽວກັບ ແຜນການດໍາເນີນງານ ຂອງໄອແຄັບ ແລະ ການຂະຫຍາຍຈໍານວນສະມາຊິກຄະນະປະຈໍາ; ແລກປ່ຽນບົດຮຽນ ກ່ຽວກັບ ຂະບວນການພັດທະນາເຕັກໂນໂລຊີ ແລະ ດີຈີຕອນ ໂດຍໄດ້ຍົກໃຫ້ເຫັນວ່າ ການຫັນປ່ຽນດີຈີຕອນ ຖືເປັນໂອກາດອັນຍິ່ງໃຫຍ່, ເປັນສິ່ງທ້າທ້າຍ ແລະ ເປັນແຮງຂັບເຄື່ອນທີ່ສໍາຄັນ ໃນຂະບວນການພັດທະນາໄປສູ່ການສ້າງອຸດສະຫະກໍາ ແລະ ຄວາມທັນສະໄໝ; ເນັ້ນໜັກຄວາມສໍາຄັນຂອງເຕັກໂນໂລຊີ ໃນການຂັບເຄື່ອນເສດຖະກິດ ຜ່ານລະບົບການຄ້າເອເລັກໂຕຣນິກ, ການເງິນດີຈີຕອນ, ການໃຫ້ບໍລິການພາກລັດແບບເອເລັກໂຕຣນິກ ແລະ ເສດຖະກິດດີຈີຕອນ; ຊຸກຍູ້ການເສີມຂະຫຍາຍການຮ່ວມມື ໃນພາກພື້ນ ແລະ ໃນໂລກ ເພື່ອຮ່ວມກັນຮັບມືກັບສິ່ງທ້າທ້າຍທີ່ມາພ້ອມການຫັນປ່ຽນດັ່ງກ່າວ ເປັນຕົ້ນ: ບັນຫາຄວາມໝັ້ນຄົງທາງໄຊເບີ, ຄວາມແຕກໂຕນທາງດີຈີຕອນ, ການຮັກສາຂໍ້ມູນ, ຂ່າວສານທີ່ບິດເບືອນ, ມາດຖານທາງຈາລິຍະທໍາ ແລະ ຜົນກະທົບ ຕໍ່ ຮູບແບບການຈ້າງງານ.
ໃນໂອກາດນີ້, ຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄຳເຫັນໃນ 2 ກອງປະຊຸມດັ່ງກ່າວ ໂດຍຢືນຢັນຄືນຄວາມໝາຍໝັ້ນຂອງພັກ ປປ ລາວ ໃນການປະກອບສ່ວນເຄື່ອນໄຫວໃນຂອບວຽກໄອແຄັບ ແລະ ເຊື່ອໝັ້ນວ່າ ໄອແຄັບ ເປັນກົນໄກໜຶ່ງທີ່ສໍາຄັນ ໃນການຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຝ່າຍ ເພື່ອສົ່ງເສີມການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ ພາກພື້ນ ກໍຄື ໃນໂລກ; ຍົກໃຫ້ເຫັນຄວາມສໍາຄັນ ຂອງບັນດາພັກການເມືອງ ໃນການຮ່ວມມືກັນ ເພື່ອໃຫ້ການຫັນປ່ຽນດີຈີຕອນເກີດຂຶ້ນ ຢ່າງກວມລວມ, ດຸ່ນດ່ຽງ ແລະ ຍືນຍົງ ເພື່ອໃຫ້ບັນດາປະເທດອາຊີ ມີຄວາມເຊື່ອມໂຍງທາງດີຈີຕອນ, ສາມາດປັບຕົວຕໍ່ການປ່ຽນແປງທາງເຕັກໂນໂລຊີ ແລະ ສາມາດນໍາໃຊ້ປະໂຫຍດຈາກນະວັດຕະກໍາໄດ້ຢ່າງເຕັມສ່ວນ.
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະມາຊິກຄະນະປະຈໍາໄອແຄັບ ໄດ້ເຂົ້າພົບຢ້ຽມຂໍ່ານັບ ສະຫາຍ ນຽມ ໂອຊໍ ອູດສຣາ (Nyam-Osor Uchral), ນາຍົກລັດຖະມົນຕີ, ປະທານພັກປະຊາຊົນມົງໂກລີ. ໃນການພົບປະຄັ້ງນີ້, ໄດ້ຕີລາຄາສູງຜົນສໍາເລັດຂອງການເຄື່ອນໄຫວ ຂອງໄອແຄັບ ໃນໄລຍະຜ່ານມາ. ພ້ອມທັງ, ສະແດງຄວາມຍິນດີ ໃນການເສີມສ້າງການຮ່ວມມືລະຫວ່າງບັນດາປະເທດໃນອາຊີ ແລະ ຄວາມໝາຍໝັ້ນໃນການປະກອບສ່ວນເຂົ້າໃນຂອບວຽກດັ່ງກ່າວ ໂດຍໄດ້ແຈ້ງເຈດຈໍານົງ ຂອງພັກປະຊາຊົນມົງໂກລີ ໃນການຈັດກອງປະຊຸມຊາວໜຸ່ມໄອແຄັບ ໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ເປັນເອກະພາບຮັບຮອງເອົາຫຼາຍບັນຫາສໍາຄັນ ໂດຍສະເພາະ ການແຈ້ງ ກ່ຽວກັບ ການກະກຽມທີ່ຈະຮັບຮອງເອົາ ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາໄອແຄັບ ຢ່າງເປັນທາງການ ໃນກອງປະຊຸມໃຫຍ່ຂອງໄອແຄັບ ຄັ້ງທີ 13 ເຊິ່ງມີແຜນຈະຈັດຂຶ້ນໃນເດືອນພະຈິກ ທີ່ນະຄອນຫຼວງເຊອູນ, ສ. ເກົາຫຼີ.
29/06/2026 10:01:12
29/06/2026 09:02:42
29/06/2026 08:51:22
26/06/2026 16:26:48
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23



