ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 15/06/2026 15:59:03 ຈຳນວນຢ້ຽມຊົມ 33 ຄັ້ງ ໃນວັນທີ 15 ມິຖຸນາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ເມວ ບາໂລ (Mel Barlow), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ເເຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຄັນ ວາຊອງ (Kent VACHON), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳ ສປປ ລາວ (ຄົນທໍາອິດ) ທີ່ມີສໍານັກງານ ຢູ່ ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ ຂອງ ທ່ານ ນາງ ເມວ ບາໂລ ໃນໄລຍະເວລາ 03 ປີຜ່ານມາ, ຊຶ່ງ ທ່ານທູດ ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້, ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອັງກິດ ແລະ ສປປ ລາວ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຈາກປະຊາຊົນ ແລະ ລັດຖະບານອັງກິດ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາ ແລະ ພັດທະນາ ສປປ ລາວ.
ໂອກາດນີ້, ທ່ານ ນາງ ເມວ ບາໂລ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື ການນໍາພັກ-ລັດຂອງ ລາວ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດຢ່າງຈົບງາມ. ນອກນີ້, ທ່ານທູດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນສອງຝ່າຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນວັນດຽວກັນ, ທ່ານ ບຸນເຫຼືອ ພັນດານຸວົງ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຄັນ ວາຊອງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳ ສປປ ລາວ, ໃນໂອກາດດັ່ງກ່າວ ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ທີ່ ທ່ານ ເຄັນ ວາຊອງ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ການາດາ ປະຈໍາ ສປປ ລາວ, ພ້ອມທັງຊົມເຊີຍຕໍ່ການເຄື່ອນ ໄຫວຢ່າງຫ້າວຫັນຂອງ ທ່ານທູດ ໃນການປະກອບຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ການາດາ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊຸກຍູ້ ແລະ ສົ່ງເສີມການຮ່ວມມືດ້ານການຄ້າເສລີອາຊຽນ (FTA) ໃນຂອບການຮ່ວມມື ອາຊຽນ-ການາດາ ແລະ ການສົ່ງເສີມການຄ້າ-ການລົງທຶນ ສອງຝ່າຍ ທີ່ ການາດາ ໄດ້ຈັດຕັ້ງປະຕິບັດ ລະຫວ່າງ ກະຊວງກ່ຽວຂ້ອງຂອງ ລາວ ກັບ ຫ້ອງການສະພາການຄ້າ ການາດາ ປະຈໍາ ສປປ ລາວ (Canadian Chambers of Commerce) ແລະ ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນ ການາດາ ທີ່ໃຫ້ທຶນຊ່ວຍເຫຼືອໂຄງການຕ່າງໆ ໃຫ້ແກ່ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍຜ່ານອົງການຈັດຕັ້ງ ພາກພື້ນ ແລະ ສາກົນ ເຊັ່ນ: ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາຊັບພະຍາກອນມະນຸດຜ່ານທຶນການສຶກສາ SEED ແລະ ການຊ່ວຍເຫຼືອດ້ານມະນຸດສະທຳຕ່າງໆ. ສປປ ລາວ ມີຄວາມຍິນດີຕ້ອນຮັບ ນັກລົງທຶນ ແລະ ນັກທ່ອງທ່ຽວ ຈາກ ການາດາ. ພ້ອມນັ້ນ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບພາລະບົດບາດ, ຄວາມຮັບຜິດຊອບ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນ ການເຄື່ອນໄຫວຂອງສະຖານທູດຕາມພາລະບົດບາດຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ພັດທະນາສາຍພົວພັນ ລາວ ແລະ ການາດາ ໃຫ້ນັບມື້ພັດທະນາຂຶ້ນໄປເລື້ອຍໆ.
15/06/2026 15:59:03
09/06/2026 16:37:23
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
19/05/2026 08:56:07
05/05/2026 11:38:39
29/07/2022 15:17:46
13/06/2023 14:17:31
10/04/2025 15:37:41
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
09/12/2022 14:35:10
16/07/2025 16:30:18
26/02/2025 15:29:23
30/07/2025 16:01:28
