ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 09/06/2026 16:37:23 ຈຳນວນຢ້ຽມຊົມ 48 ຄັ້ງ ໂດຍຕອບສະໜອງຕາມຄຳເຊີນຂອງ ພັກກອມມູນິດຫວຽດນາມ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາສາກົນ ໃນຫົວຂໍ້ “ການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນດາພັກການເມືອງອາຊີຕາເວັນອອກສ່ຽງໃຕ້ ເພື່ອຄວາມກົມກຽວ, ເຂັ້ມແຂງ ແລະ ເປັນເຈົ້າຕົນເອງຫຼາຍຂຶ້ນ ຂອງປະຊາຄົມອາຊຽນ” ເຊິ່ງຈັດຂຶ້ນທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ພາຍໃຕ້ການເປັນເຈົ້າພາບ ຂອງພັກກອມມູນິດຫວຽດນາມ ແລະ ການເຂົ້າຮ່ວມຂອງ ບັນດາພັກການເມືອງປະເທດອາຊີຕາເວັນອອກສ່ຽງໃຕ້.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງມິດຕະພາບ ໂດຍ ສະຫາຍ ເລ ຮວາຍ ຈຸງ, ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຂຶ້ນກ່າວເປີດກອງປະຊຸມ ໂດຍໄດ້ຊີ້ໃຫ້ເຫັນເຖິງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແລະ ຊຸກຍູ້ການເສີມຂະຫຍາຍບົດບາດຂອງບັນດາພັກການເມືອງຂອງພາກພື້ນ ໃນການຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືໃນຂອບອາຊຽນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ. ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນ ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລື ໂດຍປິ່ນອ້ອມ 3 ຫົວຂໍ້ຍ່ອຍ ຄື : 1) ການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນດາພັກການເມືອງ ໃນອາຊີຕາເວັນອອກສ່ຽງໃຕ້ ເພື່ອເພີ່ມທະວີຄວາມກົມກຽວ, ຄ່ອງແຄ້ວ ແລະ ການເພິ່ງພາຕົນເອງຂອງອາຊຽນ; 2) ການເສີມຂະຫຍາຍບົດບາດຂອງພັກການເມືອງ ເພື່ອຍົກລະດັບການຮ່ວມມືຂອງອາຊຽນ ແລະ ການຈັດຕັ້ງປະຕິບັດວິໄສທັດ 2045 ຂອງປະຊາຄົມອາຊຽນ ໃຫ້ປະກົດຜົນເປັນຈິງ; ແລະ 3) ບົດຮຽນໃນການຄຸ້ມຄອງ ແລະ ການເພີ່ມທະວີການຮ່ວມມື ລະຫວ່າງ ບັນດາພັກການເມືອງ ໃນຂະບວນການສ້າງປະຊາຄົມອາຊຽນ; ເຊິ່ງບັນດາພັກການເມືອງກໍໄດ້ ແລກປ່ຽນທັດສະນະ ແລະ ຢືນຢັນເຖິງຄວາມມຸ່ງມາດປາຖະໜາ ຂອງບັນດາພັກການເມືອງ ໃນການເສີມສ້າງປະຊາຄົມອາຊຽນ ແລະບັນລຸບັນດາຄາດໝາຍ ກໍຄື ວິໄສທັດ ຂອງອາຊຽນ.
ໃນກອງປະຊຸມ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ປະກອບຄຳຄິດຄຳເຫັນ ໂດຍໄດ້ຕີລາຄາສູງ ຕໍ່ ບົດບາດຂອງພັກກອມມູນິດຫວຽດນາມ ກໍຄື ການປະກອບສ່ວນໃນການສ້າງກົນໄກກອງປະຊຸມ ທີ່ມີຄວາມໝາຍສຳຄັນໃນຄັ້ງນີ້; ສະຫາຍ ໄດ້ສະເໜີທິດທາງທີ່ສຳຄັນ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ບັນດາພັກການເມືອງ ເປັນຕົ້ນແມ່ນ ການຊຸກຍູ້ກົນໄກການພົບປະກັນ ຢ່າງເປັນປົກກະຕິ, ການເສີມຂະຫຍາຍບົດບາດຂອງພັກການເມືອງ ໃນການເປັນກະບອກສຽງ ແລະ ເປັນຂົວຕໍ່ໃນການຊຸກຍູ້ການເຊື່ອມໂຍງເສດຖະກິດ-ສັງຄົມ ໃນພາກພື້ນ ແລະ ການສົ່ງເສີມ "ຄວາມເປັນແກນກາງຂອງອາຊຽນ" (ASEAN Centrality) ເພື່ອຮັບມືກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສັບສົນໃນປະຈຸບັນ ກໍຄື ຮັບມືກັບບັນດາວິກິດການຕ່າງໆ ທັງໃນປະຈຸບັນ ແລະ ຕໍ່ໜ້າ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາສາກົນຄັ້ງນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ພົບປະກັບ ສະຫາຍ ເລ ຮວາຍຈຸງ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຊິ່ງທັງ 2 ຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນການສືບຕໍ່ຊຸກຍູ້ ການຈັດຕັ້ງປະຕິບັດບັນດາເນື້ອໃນຈິດໃຈທີ່ການນຳ ທັງ 2 ພັກ, 2 ລັດ ໄດ້ຕົກລົງເປັນເອກະພາບນຳກັນ ໃຫ້ເກີດດອກອອກຜົນ ແລະ ນຳເອົາຜົນປະໂຫຍດທີ່ໃຫຍ່ຫຼວງກວ່າເກົ່າ ມາສູ່ປະຊາຊົນ 2 ຊາດ. ຕໍ່ກັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ທັງ 2 ຝ່າຍ ໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຍົກສູງພາລະບົດບາດໃນການເປັນເສນາທິການ ທາງດ້ານວຽກງານການຕ່າງປະເທດ ໃຫ້ແກ່ສູນກາງພັກ ກໍຄື ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ໃຫ້ມີໝາກຜົນສູງຂຶ້ນກວ່າເກົ່າ.
ການເຄື່ອນໄຫວວຽກງານ ຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນແໜ້ນແຟ້ນ ເຊິ່ງນອກຈາກການ ເຄື່ອນໄຫວ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຜູ້ແທນລາວ ຍັງໄດ້ເຄື່ອນໄຫວທັດສະນະສຶກສາ ຢູ່ ແຂວງນິງບິງ ແລະ ຢ້ຽມຢາມພື້ນຖານທາງດ້ານການພັດທະນາເສດຖະກິດຂອງແຂວງ ຈຳນວນໜຶ່ງ ອີກດ້ວຍ.
09/06/2026 16:37:23
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
19/05/2026 08:56:07
05/05/2026 11:38:39
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
10/04/2025 15:37:41
10/04/2025 15:18:32
09/12/2022 14:35:10
23/04/2025 13:17:35
26/02/2025 15:29:23
16/07/2025 16:30:18
30/03/2023 15:30:06



