ປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານ ຂັ້ນຫົວໜ້າກົມ ຂອງ ຄຕພ
ເຜີຍແຜ່ໂດຍ: moderator ເວລາ: 05/05/2026 11:38:39 ຈຳນວນຢ້ຽມຊົມ 212 ຄັ້ງ ໃນວັນທີ 05 ພຶດສະພາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ. ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄຕພ, ມີບັນດາສະຫາຍ ຄະນະນໍາ ຄຕພ, ຜູ້ຕາງໜ້າຈາກ ກະຊວງການຕ່າງ ປະເທດ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ໃນພິທີ, ສະຫາຍຕາງໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 51/ຄລສພ, ລົງວັນທີ 31 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນຍະເດດ ໄຊຍະວົງ, ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ; ມະຕິຕົກລົງ ສະບັບເລກທີ 52/ຄລສພ, ລົງວັນທີ 31 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ສິງຫານະຄອນ ສີຫາລາດ ເປັນ ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ; ມະຕິຕົກລົງ ສະບັບເລກທີ 53/ຄລສພ, ລົງວັນທີ 31 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ວົງຄຳ ແສນສະທິດ ເປັນ ຫົວໜ້າກົມເອີຣົບ-ອາເມຣິກາ. ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສະບັບເລກທີ 848/ຄຕພ.ຈພງ, ລົງວັນທີ 30 ເມສາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ ເປັນ ວ່າການຫົວໜ້າກົມຈັດຕັ້ງ-ພະນັກງານ. ໃນໂອກາດດຽວກັນ ຍັງໄດ້ມີການມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການ ຄຕພ ຜູ້ເກົ່າ ແລະ ຜູ້ໃໝ່.
ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄຕພ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ເຊິ່ງໄດ້ຮັບຄວາມ ເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ກໍຄືພະນັກງານພາຍໃນ ຄຕພ, ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ວຽກງານຂອງ ຄຕພ ມີຄວາມໜັກແໜ້ນເຂັ້ມແຂງ ສາມາດຜັນຂະຫຍາຍແນວທາງຂອງພັກ-ລັດ ຕິດພັນກັບແຜນງານ-ໂຄງການ ຂອງ ຄຕພ ສະໄໝທີ III ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້, ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບຢ່າງປະຕິບັດໜ້າທີ່ວຽກງານຮອບດ້ານ ແລະ ເປັນແກນກາງຮັກສາຄວາມສາມັກຄີພາຍໃນ.
05/05/2026 11:38:39
30/04/2026 13:20:32
30/04/2026 08:14:08
28/04/2026 13:08:30
22/04/2026 11:14:13
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
10/04/2025 15:37:41
26/02/2025 15:29:23
30/03/2023 15:30:06
02/02/2023 10:46:44
10/04/2025 15:18:32
23/04/2025 13:17:35
14/07/2022 14:18:48
04/04/2023 15:42:25
