ຄະນະຜູ້ແທນຜູ້ຕາງໜ້າພິເສດຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຢ້ຽມຢາມ ສປ ຈີນ
ເຜີຍແຜ່ໂດຍ: moderator ເວລາ: 22/04/2026 11:14:13 ຈຳນວນຢ້ຽມຊົມ 99 ຄັ້ງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ຕາງໜ້າພິເສດຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ພ້ອມດວ້ຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສປ ຈີນ ແຕ່ວັນທີ 20-22 ເມສາ 2026 ເພື່ອແຈ້ງຜົນສຳເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ ຕໍ່ການນໍາ ພັກ, ລັດ ສປ ຈີນ.
ໃນຕອນບ່າຍຂອງວັນທີ 21 ເມສາ 2026, ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ. ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຈົດໝາຍທາງວາຈາທີ່ຂຽນດ້ວຍລາຍມືຈາກ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ປປ ລາວ; ປະທານປະເທດ ແຫ່ງ ສປປ ລາວ ໄປຍັງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ບັນດາສະຫາຍການນໍາ ພັກ, ລັດຈີນ; ແຈ້ງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ສະແດງຄວາມຊົມເຊີຍຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ໂດຍສະເພາະຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄຫມທີ XX ຂອງພັກກອມມູນິດຈີນ ທີ່ໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ໃນທ້າຍປີຜ່ານມາ; ຊົມເຊີຍຜົນສໍາເລັດກອງປະຊຸມສະພາປຶກສາການເມືອງທົ່ວປະເທດຈີນ ແລະ ສະພາຜູ້ແທນປະຊາຊົນຫ່ງຊາດຈີນ ຄັ້ງທີ 4 ສະໄໝທີ XIV ໃນຕົ້ນເດືອນມີນາຜ່ານມາ ແລະ ບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ ພາຍໃຕ້ການນຳພາຂອງ ພັກກອມມູນິດຈີນ ໃນການສ້າງສາພັດທະນາປະເທດຈີນ ກໍຄື ການຫັນເປັນທັນສະໄໝຕາມ “ແນວຄິດ ສີ ຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່”, ອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ພັກ, ລັດຈີນ ນັບມື້ນັບສູງເດັ່ນໃນເວທີພາກພື້ນ ແລະ ສາກົນ.
ສະຫາຍຜູ້ຕາງໜ້າພິເສດ ໄດ້ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ; ການຈັດຕັ້ງປະຕິບັດແຜນການຮ່ວມມື 2 ພັກ ແລະ ແຜນບໍາລຸງສ້າງພະນັກງານ ລາວ-ຈີນ ໄລຍະປີ 2021-2025 ໄດ້ມີຜົນສໍາເລັດເປັນຢ່າງດີ, ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຍາດໄດ້ໝາກຜົນຕົວຈິງມາສູ່ປະຊາຊົນ 2 ຊາດ, ປະກອບ ສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ, ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ໃນໂອກາດດັ່ງກ່າວ, ສະຫາຍ ຜູ້ຕາງໜ້າພິເສດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ມີປະສິດທິຜົນໃຫ້ແກ່ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ ກໍ່ຄື ໃນປະຈຸບັນ.
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນ ຜິງ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ຖືກແຕ່ງຕັ້ງເປັນຜູ້ຕາງໜ້າພິເສດ ຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ນຳພາຄະນະໄປແຈ້ງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ, ອັນໄດ້ສະແດງໃຫ້ເຫັນເຖິງ ການໃຫ້ຄວາມສຳຄັນໃນລະດັບສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລາວ-ຈີນ, ຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ ທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະ 50 ປີທີ່ຜ່ານມາ, ໂດຍສະເພາະ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່, ກໍ່ຄື ໃນໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຍາດໄດ້ບັນດາຜົນສຳເລັດອັນໃໝ່, ໃຫຍ່ຫຼວງກ່ວາເກົ່າໃນພາລະກິດປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງ ພັກ ປປ ລາວ, ປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງມີໄຊ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນ ຜິງ ໄດ້ຝາກຄຳຢື້ຢາມຖາມຂ່າວ ອັນສະໜິດສະໜົມ ເຖິງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ.
ໃນວັນດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະກັບ ສະຫາຍ ຫວັງອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີການຕ່າງປະເທດ ສປ ຈີນ, ສອງຝ່າຍ ຕ່າງກໍ່ສະແດງຄວາມປິຕິຊື່ນຊົມກັນ ແລະ ກັນ ຕໍ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ, ຜົນສໍາເລັດກອງປະຊຸມສະພາປຶກສາການເມືອງ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຄັ້ງທີ 4 ສະໄໝທີ XIV ແລະ ບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ປະຊາຊົນ 2 ຊາດຍາດມາໄດ້ ໃນການສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງແຕ່ລະພັກ; ຕີລາຄາສູງຕໍ່ການພົວພັນຮ່ວມມື 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ການຈັດຕັ້ງປະຕິບັດແຜນການຮ່ວມມື 2 ພັກ, ແຜນແມ່ບົດຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ມີຜົນສໍາເລັດເປັນຢ່າງດີ, ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ; ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ຈຳນວນຫນຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນຕອນຄໍ່າວັນທີ 20 ເມສາ 2026, ຄະນະຍັງໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຫຼິວ ຮາຍຊິງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ໃນການພົບປະຄັ້ງນີ້ ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດໃຫ້ກັນຊາບ, ພ້ອມກັນສັງເກດຕີລາຄາຄືນການພົວພັນຮ່ວມມື 2 ຝ່າຍ, ການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນໄລຍະຜ່ານມາ, ປຶກສາຫາລືກ່ຽວກັບ ທິດທາງຮ່ວມມືໃນຕໍ່ຫນ້າ ແລະ ຢືນຢັນຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ໃນການຊຸກຍູ້ເສີມຂະຫຍາຍສາຍພົວພັນ ລາວ-ຈີນ, ເຊິ່ງປີນີ້ ເປັນປີມິດຕະພາບແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນ-ລາວ ຄົບຮອບ 65 ປີ, ສອງຝ່າຍ ຈະຊີ້ນໍາພາກສ່ວນກ່ຽວຂ້ອງ ກະກຽມບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງ ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນຄົບຖວ້ນ.
ນອກນັ້ນ, ຄະນະຜູ້ແທນຜູ້ຕາງໜ້າພິເສດ ພັກ ປປ ລາວ ຍັງໄດ້ຢ້ຽມຢາມສະຖານທີ່ສຳຄັນທາງປະຫວັດສາດ ແລະ ວັດທະນະທຳຈໍານວນໜຶ່ງ ຢູ່ນະຄອນຫຼວງປັກກິ່ງ.
22/04/2026 11:14:13
22/04/2026 11:05:45
20/04/2026 10:19:38
13/04/2026 16:38:16
09/04/2026 18:24:41
09/04/2026 16:19:15
09/04/2026 15:59:55
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
26/02/2025 15:29:23
02/02/2023 10:46:44
10/04/2025 15:37:41
14/07/2022 14:18:48
04/04/2023 15:42:25
10/04/2025 15:18:32
03/02/2025 08:56:07



