ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນເກີ້ມຕູ໊, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 09/04/2026 18:24:41 ຈຳນວນຢ້ຽມຊົມ 27 ຄັ້ງ ໃນຕອນບ່າຍຂອງວັນທີ 9 ເມສາ 2026, ທີ່ສໍານັກງານ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ເກີ້ມ ຕູ໊, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ສະຫາຍ ເຈີນ ເກີ້ມຕູ໊ ພ້ອມດ້ວຍຄະນະ ທີ່ເປັນເພື່ອນມິດສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນລາວ, ເຊິ່ງໄດ້ດໍາເນີນໃນບັນຍາກາດທີ່ ສອງພັກ ຫາກໍ່ສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ, ສໍາເລັດການເລືອກຕັ້ງຜູ້ແທນແທນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນຕ່າງໆ, ພິເສດ ໃນບັນຍາກາດທີ່ປະຊາຊົນລາວບັນດາເຜົ່າ ກຽມຕ້ອນຮັບປີໃໝ່; ຊົມເຊີຍ ແລະ ຕີລາຄາສູງທີ່ ສະຫາຍ ເຈີນ ເກີ້ມ ຕູ໊ ທີ່ໄດ້ຮັບເລືອກຕັ້ງໃຫ້ສືບຕໍ່ດຳລົງຕຳແໜ່ງເປັນ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ເຊິ່ງເປັນການສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ຜົນງານການປະກອບສ່ວນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ໃນຕະຫຼອດໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ຮ່ວມກັບ ບັນດາສະຫາຍການນໍາ ພັກ, ລັດ ຫວຽດນາມ ຈະສືບຕໍ່ນຳພາປະເທດຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ; ຕີລາຄາສູງ ທີ່ ສະຫາຍ ເຈີນ ເກີ້ມ ຕູ໊ ໄດ້ເລືອກຢ້ຽມຢາມ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ, ໃນຕຳແໜ່ງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເປັນການສະແດງໃຫ້ເຫັນເຖິງ ການຖືສໍາຄັນຂອງ ພັກ, ລັດ ຫວຽດນາມ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ; ຊົມເຊີຍຜົນສໍາເລັດການພົບປະ ລະຫວ່າງ ສອງສະຫາຍຜູ້ປະຈໍາການສູນກາງພັກ ແລະ ພົບປະກັບ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ; ພິເສດ ຊົມເຊີຍຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະລຶກ ເຊິ່ງໄດ້ຕົກຮັບຮອງເອົາ ສະຫາຍ ໂຕມເລີມ ເປັນປະທານປະເທດ, ສະຫາຍ ເຈີນ ແທງ ເມີ້ນ ເປັນປະທານສະພາແຫ່ງຊາດ, ສະຫາຍ ເລມິງຮຶງ ເປັນນາຍົກລັດຖະ ມົນຕີ ແລະ ຮັບຮອງເອົາຄະນະລັດຖະບານຊຸດໃໝ່. ໃນໂອກາດນີ້, ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕ ເລີມ, ພ້ອມດ້ວຍບັນດາສະ ຫາຍການນໍາ ພັກ, ລັດ ຫວຽດນາມ. ເພື່ອຊຸກຍຸ້ການພົວພັນຮ່ວມມືສອງຝ່າຍ, ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ຊີ້ນໍາ ແລະ ສະເໜີໃຫ້ສອງຝ່າຍ ສືບຕໍ່ຮັກສາການແລກປ່ຽນຢ້ຽມຢາມ, ການພົບປະລະຫວ່າງ ການນຳຂັ້ນສູງຂອງ ສອງພັກ, ສອງລັດ; ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ຂອງການນໍາຂັ້ນສູງສອງພັກ, ຖະແຫຼງການ ແລະ ຂໍ້ຕົກລົງຮ່ວມມືຂອງ ສອງລັດຖະບານ, ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະ ເທດ; ແລກປ່ຽນຄະນະຊ່ຽວຊານ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນວຽກງານ ກໍ່ສ້ງພັກ, ກໍ່ສ້າງລະບົບການເມືອງ; ແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານບໍາລຸງສ້າງພະນັກງານຂັ້ນຕ່າງໆ; ຍູ້ແຮງວຽກງານໂຄສະນາເຜີຍ ແຜ່ ແລະ ສຶກສາອົບຮົມກ່ຽວກັບ ມູນເຊື້ອສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ; ສືບຕໍ່ຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດ, ເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງ ລະຫວ່າງສອງປະເທດ ລາວ-ຫວຽດ ນາມ ແລະ ອື່ນໆ.
ສະຫາຍ ເຈີນ ເກີ້ມ ຕູ໊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ ຕະຫຼອດໄລຍະ 40 ປີ ແຫ່ງດໍາເນີນການປ່ຽນແປງ ໃໝ່, ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະ ກອງປະຊຸມສະພາແຫ່ງຊາດລາວ ຄັ້ງປະຖົມມະລຶກ, ເຊິ່ງຮັບຮອງເອົາ ສະຫາຍ ທອງລຸນ ສີສຸລິດ ເປັນປະທານປະເທດ, ຮັບຮອງເອົາປະທານສະພາແຫ່ງຊາດ, ນາຍົກລັດຖະ ມົນຕີ ແລະ ຄະນະລັດຖະບານຊຸດໃໝ່; ພ້ອມທັງແຈ້ງໃຫ້ຊາບ ສະພາບພົ້ນເດັ່ນ ແລະ ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນຂັ້ນຕ່າງໆ. ສະແດງຄວາມເຫັນດີເປັນເອກະພາບໃນການສືບຕໍ່ ພີ່ມທະວີການຮ່ວມມືຂອງສອງປະເທດ ໂດຍສະເພາະຂົງເຂດການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ, ຍູ້ແຮງຄວາມເປັນຫຸ້ນສ່ວນຍຸດທະສາດ, ການເຊື່ອຈອດດ້ານຍຸດທະສາດການພັດທະນາປະເທດຂອງ ສອງປະເທດໃຫ້ເຂົ້າສູ່ລວງເລິກ, ຮ່ວມກັນກະກຽມ ຈັດຕັ້ງບັນດາກິດຈະກໍາ ສະເຫຼີມສະຫຼອງສອງວັນປະຫວັດສາດຂອງສອງຊາດໃນປີ 2027 ໃຫ້ເປັນຂະບວນຟົດຟື້ນ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູາລວງເລິກ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ./
09/04/2026 18:24:41
09/04/2026 16:19:15
09/04/2026 15:59:55
08/04/2026 16:13:55
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
03/02/2025 08:56:07
17/11/2022 14:37:24
26/02/2025 15:29:23
10/04/2025 15:18:32



